ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ ໂຮ່​ຈີ​ມິນ

ຕອນເຊົ້າວັນທີ 16 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ ເຂດເລືອກຕັ້ງທີ 10 ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງເມືອງ ກູ໋ຈີ ແລະ ຮອັກມົນ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ແບ່ງປັນຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໂຮ່ຈີມິນ, ໃນນັ້ນ ມີສອງເມືອງ ກູ໋ຈີ ແລະ ຮອັກມົນ ໃນໄລຍະເກີດໂລກລະບາດໂຄວິດ - 19 ຜ່ານມາ, ພ້ອມທັງສະເໜີວ່າ:

        “ເມືອງ ກູ໋ຈີ ແລະ ຮອັກມົນ ສືບຕໍ່ປະຕິບັດໜ້າທີ່ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນນັ້ນມີມະຕິເລກທີ 128 ຂອງ ລັດຖະບານ. ໃນນັ້ນ ຫັນເປົ້າໝາຍຄວບຄູໃຫ້ເປັນເປົ້າໝາຍນ້ອຍ ແລະ ລະອຽດ ຢູ່ແຕ່ລະທ້ອງຖິ່ນ ເປັນຕົ້ນແມ່ນ ການເຕີບໂຕເສດຖະກິດ; ຈິດຕະສັງຄົມ, ການຊ່ວຍໜູນສັງຄົມ, ກຳລັງຄວາມສາມາດ ແລະ ຄວາມພ້ອມຟື້ນຟູ, ຍາດແຍ່ງກາລະໂອກາດ… ເມືອງໃດທີ່ເປັນປັດໄຈສຳຄັນໃນການປະຕິບັດນະໂຍບາຍ ຕ້ອງມີແຜນການລະອຽດ ເພື່ອແກ້ໄຂບັນດາເປົ້າໝາຍ. ຄວນສືບຕໍ່ຄວບຄຸມໂລກລະບາດໃຫ້ເປັນຢ່າງດີເພື່ອພັດທະນາເສດຖະກິດ, ສັງຄົມ.”

(ແຫຼ່ງຄັດຈາກ VOV)


top