ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຜົນ​ສຳ​ເລັດ​ຍາວນານ​ຂອງ​ ຫວຽດ​ນາມ ແມ່ນ​ຂຶ້ນ​ກັບເຈດ​ຈຳ​ນົງ​ຂອງ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ແຕ່​ລະ​ຄົນ

ປີນີ້, ສະມາຄົມນັກທຸລະກິດໜຸ່ມ ດີເດັ່ນ ຫວຽດນາມ ຄັດເລືອກແບບຢ່າງນັກທຸລະກິດໜຸ່ມ ດີເດັ່ນ ຫວຽດນາມ 86 ຄົນ, ໃນນັ້ນ ມີນັກທຸລະກິດດີເດັ່ນ 10 ຄົນ ໄດ້ຮັບລາງວັນດາວແດງປີ 2022.
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ງານພົບປະ (ພາບ: TTXVN)  

ຕອນເຊົ້າວັນທີ 8 ພະຈິກ, ຢູ່ທຳນຽບປະທານປະເທດ, ກ່າວຄຳເຫັນທີ່ການພົບປະ, ອວຍພອນຄະນະຜູ້ແທນນັກທຸລະກິດໜຸ່ມ ດີເດັ່ນ ຫວຽດນາມ ປີ 2022 ແລະ ບັນດານັກທຸລະກິດໜຸ່ມດີເດັ່ນທີ່ໄດ້ຮັບລາງວັນ ດວງດາວແດງ 2022 (ຊາວດໍ), ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ ສະມາຊິກແຕ່ລະຄົນໃນສະມາຄົມນັກທຸລະກິດໜຸ່ມ ດາວແດງ ຈະແມ່ນແບບຢ່າງອັນໃສແຈ້ງຂອງປະຊາຄົມວິສາຫະກິດ ຫວຽດນາມ, ປະກອບສ່ວນເຮັດໃຫ້ຊື່ສຽງຂອງປະເທດຊາດດັ່ງກ້ອງກັງວານໄປທົ່ວເວທີສາກົນ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຜົນສຳເລັດຍາວນານຂອງ ຫວຽດນາມ ແມ່ນຂຶ້ນກັບເຈດຈຳນົງ, ຄວາມຕັດສິນໃຈຂອງວິສາຫະກິດ, ນັກທຸລະກິດແຕ່ລະຄົນ, ດັ່ງນັ້ນ ນັກທຸລະກິດແຕ່ລະຄົນ ຍາມໃດກໍຕ້ອງເສີມຂະຫຍາຍນ້ຳໃຈເຊີດຊູຊາດຕົນເອງ, ນ້ຳໃຈປ່ຽນແປງໃໝ່ປະດິດຄິດສ້າງ, ບືນຕົວຂຶ້ນເພື່ອແກ້ງແຍ້ງກັບຄູ່ແຂ່ງທີ່ມີຂອບຂະໜາດ ແລະ ພື້ນຖານດຳເນີນທຸລະກິດທີ່ໃຫຍ່ກວ່າ.

ປີນີ້, ສະມາຄົມນັກທຸລະກິດໜຸ່ມ ດີເດັ່ນ ຫວຽດນາມ ຄັດເລືອກແບບຢ່າງນັກທຸລະກິດໜຸ່ມ ດີເດັ່ນ ຫວຽດນາມ 86 ຄົນ, ໃນນັ້ນ ມີນັກທຸລະກິດດີເດັ່ນ 10 ຄົນ ໄດ້ຮັບລາງວັນດາວແດງປີ 2022.


top