ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຍົກ​ອອກ​ຂໍ້​ສະ​ເໜີສຳ​ຄັນ 3 ຂໍ້​ໃຫ້​ແກ່​ການ​ຮ່ວມ​ມື APEC

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໂລກພວມຢູ່ຈຸດເວລາບາດລ້ຽວ ດ້ວຍບັນດາການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານສ້າງຜົນກະທົບຕໍ່ຊີວິດການເປັນຢູ່, ເສດຖະກິດ, ສັງຄົມ ຈາກໂລກລະບາດໂຄວິດ - 19.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາການນຳເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ, Jacinda Ardern, ຕອນຄ່ຳວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາການນຳເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ. ເຂົ້າຮ່ວມກອງປະຊຸມມີການນຳເສດຖະກິດຂອງ 21 ປະເທດສະມາຊິກ APEC. ດ້ວຍຫົວຂໍ້ “ຮັບມືກັບໂລກລະບາດໂຄວິດ - 19, ກາລະໂອກາດຂອງ ອາຊີ - ປາຊີຟິກ ໃນການຮ່ວມມືກັນຜ່ານຜ່າວິກິດການດ້ານເສດຖະກິດ, ຍູ້ໄວການຟື້ນຟູເສດຖະກິດ, ສ້າງພື້ນຖານໃຫ້ແກ່ອະນາຄົດທີ່ສວຍງາມກ່ວາ?”, ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາວິທີການແກ້ໄຂຜ່ານຜ່າວິກິດການດ້ານສາທາລະນະສຸກ ແລະ ຍູ້ໄວການຟື້ນຟູເສດຖະກິດຢູ່ ພາກພື້ນ ອາຊີ - ປາຊີຟິກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໂລກພວມຢູ່ຈຸດເວລາບາດລ້ຽວ ດ້ວຍບັນດາການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານສ້າງຜົນກະທົບຕໍ່ຊີວິດການເປັນຢູ່, ເສດຖະກິດ, ສັງຄົມ ຈາກໂລກລະບາດໂຄວິດ - 19. ນີ້ແມ່ນຈຸດເວລາທີ່ບັນດາພື້ນຖານເສດຖະກິດຕ້ອງຜ່ານຜ່າຄວາມແຕກຕ່າງກັນ, ສາມັກຄີກັນຜ່ານຜ່າວິກິດການ ແລະ ນຳຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ສະພາບການທີ່ເປັນປົກກະຕິ, ຟື້ນຟູພື້ນຖານເສດຖະກິດໂລກ, ມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ກວມລວມ. ດ້ວຍທິດນຳທີ່ວ່າ “ບໍ່ປະໃຫ້ຜູ້ໃດຖືກຕົກຄ້າງຢູ່ທາງຫຼັງ" ທ່ານໄດ້ຍົກອອກຂໍ້ສະເໜີສຳຄັນ 3 ຂໍ້ໃຫ້ແກ່ການຮ່ວມມື APEC ນັ້ນແມ່ນ:

ກ່ອນອື່ນໝົດ, APEC ແມ່ນສະຖານທີ່ ທີ່ມີສູນຜະລິດ, ສະໜອງວັກຊິນຫຼາຍແຫ່ງແຖວໜ້າໂລກ. ດັ່ງນັ້ນ, ພວກເຮົາຕ້ອງຍູ້ແຮງການຮ່ວມມືໃນພາກພື້ນ ກ່ຽວກັບການຖ່າຍທອດເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດໃນການຄົ້ນຄວ້າ ແລະ ຜະລິດວັກຊິນ, ຕ້ອງຄົ້ນຄ້ວາຄວາມສາມາດໃນການສ້າງຂໍ້ຕົກລົງຊົ່ວຄາວຂອງ APEC ກ່ຽວກັບການຍົກເລີກຊັບສິນທາງປັນຍາ ຕໍ່ວັກຊິນກັນໂຄວິດ - 19. ທີ 2 ແມ່ນສ້າງຊຸດແນະນຳຂອງ APEC ກ່ຽວກັບການຮັກສາລະບົບສະໜອງໃນບັນດາກໍລະນີຮີບດ່ວນ ເພື່ອແນໃສ່ຮັບປະກັນກະແສເຄື່ອນໄຫວຂອງບັນດາພື້ນຖານເສດຖະກິດ. ທີ 3 ແມ່ນ ປະຕິບັດທິດນຳທີ່ວ່າ “ບໍ່ປະໃຫ້ຜູ້ໃດຖືກຕົກຄ້າງຢູ່ທາງຫຼັງ”, APEC ຕ້ອງຜັນຂະຫຍາຍບັນດາໂຄງການຮ່ວມມື, ສົມທົບກັນດ້ານນະໂຍບາຍວ່າດ້ວຍ: ການໜູນຊ່ວຍບັນດາກຸ່ມທີ່ມີຄວາມສ່ຽງສູງ, ຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ກຳລັງຄວາມສາມາດໃນການຮັບມືຂອງບັນດາວິສາຫະກິດໂດຍໄວ.

(ແຫຼ່ງຄັດຈາກ VOV)


top