ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຈະ​ເປັນ​ປະ​ທານກອງ​ປະ​ຊຸມ​ສຸດຍອດ ຂອງ ສ​ະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຕາມລາຍການແລ້ວ, ຕອນບ່າຍວັນທີ 19 ເມສາ, ຕາມເວລາ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານກອງປະຊຸມສຸດຍອດຂອງ ສະພາຄວາມໝັ້ນຄົງ, ສປຊ. ນີ້ແມ່ນເຫດການສຳຄັນ ແລະ ມີຄວາມໝາຍເປັນພິເສດ, ເພາະວ່າ ນີ້ແມ່ນຄັ້ງທຳອິດທີ່ປະທານປະເທດ ຫວຽດນາມ ເປັນປະທານກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VOV)

ຫົວຂໍ້ຂອງກອງປະຊຸມແມ່ນ ເພີ່ມທະວີການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການໃນພາກພື້ນໃນການຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການສົນທະນາໃນການສະກັດກັ້ນ, ແກ້ໄຂການປະທະກັນ. ຕາມທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ ແລ້ວ, ນີ້ແມ່ນຫົວຂໍ້ສຳຄັນ ແລະ ກວມລວມທີ່ສຸດຂອງ ສະພາຄວາມໝັ້ນຄົງ, ສປຊ ດ້ວຍບົດບາດເປັນອົງການຫຼັກແຫຼ່ງຂອງ ສປຊ ໃນການສະກັດກັ້ນສົງຄາມ ແລະ ການປະທະກັນ, ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ທ່ານຮອງລັດຖະມົນຕີ ດັ້ງຮວ່າງຢາງ ເນັ້ນໜັກວ່າ:

        “ນີ້ກໍແມ່ນບັນຫາທີ່ດຶງດູດຄວາມສົນໃຈຈາກສາກົນ ໃນສະພາບການທີ່ ສັນຕິພາບ ແລະ ສະຖຽນລະພາບ ພວມແມ່ນທ່າອ່ຽງໃຫຍ່ ໃນຂະນະທີ່ການປະທະກັນ ແລະ ການແກ້ງແຍ້ງຍັງເກີດຂຶ້ນຢ່າງດຸເດືອດຢູ່ບາງສະຖານທີ່. ແງ່ມູມທີສອງຂອງຫົວຂໍ້ນີ້ ແມ່ນການຮ່ວມມືລະຫວ່າງ ສປຊ ແລະ ບັນດາອົງການຈັດຕັ້ງພາກພື້ນ ເພື່ອສະກັດກັ້ນ ແລະ ແກ້ໄຂການປະທະກັນ. ໂດຍແມ່ນສະມາຊິກທີ່ເຂົ້າຮ່ວມຫຼາຍກົນໄກທີ່ສຳຄັນຂອງພາກພື້ນ, ໂດຍສະເພາະແມ່ນ ອາຊຽນ, ພວກຂ້າພະເຈົ້າປາດຖະໜາວ່າ ບັນດາອົງການຈັດຕັ້ງໃນພາກພື້ນ ຈະເສີມຂະຫຍາຍບົດບາດຂອງຕົນຫຼາຍກວ່າອີກ, ເພີ່ມທະວີການຮ່ວມມື ແລະ ແບ່ງປັນຄວາມຮັບຜິດຊອບກັບ ສປຊ ໃນການສະກັດກັ້ນ ແລະ ແກ້ໄຂບັນດາການປະທະກັນຢູ່ພາກພື້ນ, ເພື່ອສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ໂລກ”.

ເລື່ອງເປັນປະທານວາລະປຶກສາຫາລືເປີດ ຂອງ ສະພາຄວາມໝັ້ນຄົງ ສປຊ ຄັ້ງນີ້ ແມ່ນເພື່ອແນໃສ່ເສີມຂະຫຍາຍທ່ວງທ່າຜົນສຳເລັດຂອງປີປະທານ ອາຊຽນ 2020, ພ້ອມທັງເຊື່ອມຕໍ່ ແລະ ຍົກລະດັບຂໍ້ລິເລີ່ມ ແລະ ໝາກຜົນຂອງກອງປະຊຸມ ສະພາຄວາມໝັ້ນຄົງ ກ່ຽວກັບ “ການຮ່ວມມືລະຫວ່າງ ອາຊຽນ ແລະ ສປຊ” ໂດຍ ຫວຽດນາມ ເປັນປະທານ ໃນເດືອນ ມັງກອນ ປີ 2020. ຜ່ານນັ້ນ, ກໍ່ສະແດງໃຫ້ເຫັນການຮ່ວມສຳພັນລະຫວ່າງບົດບາດເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຂອງ ອາຊຽນ ກັບໜ້າທີ່ສຳຄັນ ໂດຍເປັນຄະນະກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ປັດຈຸບັນ ພວມແມ່ນປະທານສະພາຄວາມໝັ້ນຄົງ ໃນເດືອນ ເມສາ 2021.

        ທ່ານຮອງລັດຖະມົນຕີການຕ່າງປະເທດ ດັ້ງຮວ່າງຢາງ ກໍຢັ້ງຢືນວ່າ ຜ່ານເຫດການນີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມເອົາໃຈໃສ່ຢ່າງສູງ ຕໍ່ການເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງພາກພື້ນ ກໍຄື ການຮ່ວມມືລະຫວ່າງ ສປຊ ກັບບັນດາອົງການຈັດຕັ້ງພາກພື້ນ, ໃນນັ້ນ ມີ ອາຊຽນ ໃນວິວັດທະນາການຮັກສາສັນຕິພາບ, ສະຖຽນລະພາບ, ການພັດທະນາເສດຖະກິດ - ສັງຄົມເວົ້າລວມ ແລະ ໃນການສະກັດກັ້ນການປະທະກັນເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)


top