ຂ່າວສານ

ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ: ສືບ​ຕໍ່​ແຜ່​ຂະ​ຫຍາຍ​ນ້ຳ​ໃຈອູ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະກັນ, ບໍ່​​ໃຫ້​ຜູ້​ໃດ​ຖືກປະ​ໄວ້​ຢູ່​ທາງຫຼັງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ: ປີ 2023, ຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສືບຕໍ່ປະຕິບັດເປັນຢ່າງດີ ແລະ ແຜ່ຂະຫຍາຍນ້ຳໃຈ “ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຕົກຢູ່ທາງຫຼັງ”.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມ ກອງປະຊຸມ (ພາບ: TTXVN)  

ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມສະຫຼຸບຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ປີ 2022, ຜັນຂະຫຍາຍໜ້າທີ່ປີ 2023. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າ ແລະ ທາງໄກ ດ້ວຍການເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ: ປີ 2023, ຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ສືບຕໍ່ປະຕິບັດເປັນຢ່າງດີ ແລະ ແຜ່ຂະຫຍາຍນ້ຳໃຈ “ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ບໍ່ໃຫ້ຜູ້ໃດຖືກປະໄວ້ຕົກຢູ່ທາງຫຼັງ”. ຕາມນັ້ນແລ້ວ, ຂະແໜງຕ້ອງຮັບປະກັນການປະຕິບັດບັນດານະໂຍບາຍສຳລັບຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດຢ່າງຄົບຖ້ວນ, ຖືກ ເປົ້າໝາຍ, ທັນການ, ມີປະສິດທິຜົນ, ເປີດເຜີຍ, ໂປ່ງໄສ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີ ໃຫ້ສ້າງ ແລະ ພັດທະນາລະບົບໜູນຊ່ວຍສັງຄົມທີ່ທັນສະໄໝ, ຫຼາຍຊັ້ນຫຼາຍຂັ້ນ, ກວມລວມ, ຍືນຍົງ ບົນພື້ນຖານຮັບເອົາຮູບແບບຂອງສາກົນ ແລະ ໃຫ້ສອດຄ່ອງກັບເງື່ອນໄຂ, ສະພາບການຕົວຈິງ ຂອງ ຫວຽດນາມ.

 


top