ຕອນຄ່ຳວັນທີ 9 ກຸມພາ, ຢູ່ນະຄອນ ດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງລັດຖະບານມີການເຮັດວຽກກັບຄະນະປະຈຳພັກນະຄອນ ດ່ານັ້ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກກັບນະຄອນ ດ່ານັ້ງ (ພາບ: Dương Giang/TTXVN)
ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ດ່ານັ້ງ ສ້າງແຜນການມີການເຕີບໂຕຢູ່ລະດັບສອງຕົວເລກໃນປີນີ້. ໂດຍກ່ຽວຂ້ອງເຖິງຫຼາຍໂຄງການສຳຄັນຢູ່ທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ດ່ານັ້ງ ບຸກເບີກໜ້າພຽງທີ່ກ່ຽວຂ້ອງເຖິງກິດຈະກຳກໍ່ສ້າງເສັ້ນທາງຄວາມໄວສູງເໜືອ - ໃຕ້ໂດຍໄວ, ຊ້າສຸດແມ່ນໃນວັນທີ 30 ສິງຫາ ປີນີ້ຕ້ອງປະຕິບັດສຳເລັດເສັ້ນທາງຄວາມໄວສູງເຊື່ອມຕໍ່ກັບ ກ໋ວາງຫງາຍ.
ທ່ານນາຍົກລັດຖະມົນຕີ ສະແດງຄວາມຊົມເຊີຍຕໍ່ນະຄອນ ເມື່ອນຳສະເໜີບາງກົນໄກ, ນະໂຍບາຍພິເສດສະເພາະ, ກະໂດດຂັ້ນໃນການລົງທຶນກໍ່ສ້າງເຂດການຄ້າເສລີ ແລະ ສູນການເງິນພາກພື້ນຢູ່ ດ່ານັ້ງ. ທ່ານນາຍົກລັດຖະມົນຕີ ຊີ້ນຳທາງນະຄອນ ຕ້ອງມີການແນະນຳເພື່ອເລືອກເອົານັກລົງທຶນສົມກັບລະດັບຂອງດ່ານັ້ງ, ສ້າງຂັ້ນຕອນຢ່າງເຂັ້ມງວດ, ເປີດເຜີຍ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍເພື່ອລົງທຶນກໍ່ສ້າງທ່າກຳປັ່ນລຽນຈຽວ; ສ້າງສູນນະວັດຕະກຳຂອງນະຄອນເພື່ອປະກອບສ່ວນຊຸກຍູ້ການເຕີບໂຕ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ພັດທະນາ ແລະ ດຶງດູດຜູ້ມີຄວາມເກັ່ງກ້າສາມາດ.