ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້ ຝູເທາະ, ຊອກ​ຈັງ, ກາ​ເມົາ ຄວບ​ຄຸ​ມ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ແຂວງ ຝູເທາະ, ຊອກຈັງ, ກາເມົາ ຄວບຄຸມບ່ອນທີ່ເຊື້ອໂຄວິດຫາກໍ່ແຜ່ລະບາດໃໝ່ໂດຍໄວ, ເດັດດ່ຽວປະຕິບັດມາດຕະການ ທີ່ສູນກາງໄດ້ເປັນເອກະພາບຊີ້ນຳກັບ 3 ເສົາຄ້ຳຫຼັກ. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ 

ຕອນຄ່ຳວັນທີ 21 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ມີການເຮັດວຽກແບບທາງໄກ ກັບ ຄະນະຊີ້ນຳ ຂອງ 3 ແຂວງ: ຝູເທາະ: ຊອກຈັງ ແລະ ກາເມົາ ເພື່ອແນໃສ່ ກວດກາ, ເລັ່ງໃຫ້ ປະຕິບັດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພ້ອມທັງ ຮັບຟັງການປະກອບຄຳເຫັນ, ການສ່ອງແສງ ຈາກທ້ອງຖິ່ນກ່ຽວກັບຂໍ້ກຳນົດຊົ່ວຄາວ ໃນການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ແຂວງ ຝູເທາະ, ຊອກຈັງ, ກາເມົາ ຄວບຄຸມບ່ອນທີ່ພະຍາດຫາກໍ່ແຜ່ລະບາດໃໝ່ໂດຍໄວ, ເດັດດ່ຽວປະຕິບັດມາດຕະການ ທີ່ສູນກາງໄດ້ເປັນເອກະພາບຊີ້ນຳກັບ 3 ເສົາຄ້ຳຫຼັກ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເມື່ອປະຕິບັດການຮັບມື ຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ຍັງຕ້ອງປະຕິບັດຕາມທິດນຳທີ່ວ່າ “ 5 ປະການ + ວັກຊິນ + ການປິ່ນປົວ + ເຕັກໂນໂລຢີ ແລະ ຍົກສູງສະຕິລະວັງຕົວຂອງ ປະຊາຊົນ” ຢ່າງເຂັ້ມງວດ.

ທ່ານນາຍົກລັດຖະມົນຕີ ມອບໃຫ້ ກະຊວງສາທາລະນະສຸກ ສົມທົບ, ໜູນຊ່ວຍແຂວງຕ່າງໆຢ່າງສຸດຂີດ ກ່ຽວກັບມາດຕະການທາງການແພດ, ໃນນັ້ນ ຈັດການຝຶກອົບຮົມ ໃຫ້ທ້ອງຖິ່ນໃນທົ່ວປະເທດ ເພື່ອມີຄວາມເປັນເອກະພາບໃນການຮັບຮູ້ ແລະ ສົມທົບໃນການກະທຳປ້ອງກັນ, ຕ້ານໂຄວິດ - 19, ເພື່ອປັບປຸງ, ດັດແປງ, ເພີ່ມເຕີມ ໃຫ້ເໝາະສົມ ກັບສະພາບຕົວຈິງຢ່າງທັນການ.

(ແຫຼ່ງຄັດຈາກ VOV)


top