ຂ່າວສານ ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອີຕາລີ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ 06/06/2019 ວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອີຕາລີ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 5 – 6 ມິຖຸນາ ປີ 2019, ຕາມຄຳເຊີນຂອງທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte (ພາບ: AFP/TTXVN) ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ອີຕາລີ ໃນບັນດາຂົງເຂດ: ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ຮ່ວມມືພັດທະນາ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງນ້ຳ, ກະສິກຳ, ພະລັງງານ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ການທ່ອງທ່ຽວ, ຊຸກຍູ້ການສົມທົບ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. (ແຫຼ່ງຄັດຈາກ VOV)

ວັນທີ 5 ມິຖຸນາ, ທ່ານນາຍົກລັດຖະມົນຕີ ສາທາລະນະລັດ ອີຕາລີ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 5 – 6 ມິຖຸນາ ປີ 2019, ຕາມຄຳເຊີນຂອງທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte (ພາບ: AFP/TTXVN) ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ອີຕາລີ Giuseppe Conte ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ອີຕາລີ ໃນບັນດາຂົງເຂດ: ການເມືອງ, ການທູດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ຮ່ວມມືພັດທະນາ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄຸ້ມຄອງນ້ຳ, ກະສິກຳ, ພະລັງງານ, ວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ການທ່ອງທ່ຽວ, ຊຸກຍູ້ການສົມທົບ ແລະ ສະໜັບສະໜູນກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. (ແຫຼ່ງຄັດຈາກ VOV)