ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຟ້າມ​ມິງ​ຈິງ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນ​ສູງ ຄະ​ນະ​ກຳ​ມະ​ການ​ແມ່​ນ້ຳ​ຂອງ​ສາ​ກົນ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ຄະນະກຳມະການແມ່ນ້ຳຂອງສາກົນ ຄັ້ງທີ 4 ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໃນວັນທີ 5 ເມສາ 2023
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ:TTXVN)
ວັນທີ 30 ມີນາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ຄະນະກຳມະການແມ່ນ້ຳຂອງສາກົນ ຄັ້ງທີ 4 ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ ໃນວັນທີ 5 ເມສາ 2023. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

top