ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິ​ງ​ຈິງ: ຄິດ​ເຖິງ “ຄວາມ​ຮັກ​ແພງ​ຢ່າງ​ເລິກ​ເຊິ່ງ” ຂອງປະ​ທານ​ໂຮ່​ຈີ​ມິນ ​ສະ​ຫງວນ​ໃຫ້​ຄະ​ນ​ະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ຮ່າ​ຕິງ

ຕອນຄ່ຳວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນປະທ່ານໂຮ່ຈີມິນ ຢ້ຽມຢາມ ຮ່າຕິງ (15 ມິຖຸນາ 1957 – 16 ມິຖຸນາ 2022), 15 ປີແຫ່ງວັນສ້າງຕັ້ງນະຄອນຮ່າຕິງ (28 ພຶດສະພາ 2007 – 28 ພຶດສະພາ 2022).

ຕອນຄ່ຳວັນທີ 11 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນປະທ່ານໂຮ່ຈີມິນ ຢ້ຽມຢາມ ຮ່າຕິງ (15 ມິຖຸນາ 1957 – 16 ມິຖຸນາ 2022), 15 ປີແຫ່ງວັນສ້າງຕັ້ງນະຄອນຮ່າຕິງ (28 ພຶດສະພາ 2007 – 28 ພຶດສະພາ 2022).

    

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຫວນຄືນປະຫວັດສາດອົງການກ້າຫານ ແລະ ເປັນມູນເຊື້ອອັນດີງາມຂອງຮ່າຕິງ ແລະ “ຄວາມຮັກແພງຢ່າງເລິກເຊິ່ງ” ຂອງປະທານໂຮ່ຈີມິນ ທີ່ສະຫງວນໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຮ່າຕິງ. ຕອນຍັງຊີວິດຢູ່, ເພິ່ນໄດ້ສົ່ງຈົດໝາຍ, ສານຍ້ອງຍໍຊົມເຊີຍຫຼາຍສະບັບໃຫ້ແຂວງຮ່າຕິງ. ພິເສດ, ວັນທີ 15 ມິຖຸນາ ປີ 1957 ແມ່ນຂີດໝາຍໃນໃບໜ້າປະຫວັດສາດຂອງຄະນະພັກ ແລະ ຊາວຮ່າຕິງ, ແມ່ນກຳລັງໜູນອັນໃຫຍ່ຫຼວງ ຜ່ານຜ່ານຜ່າທຸກຄວາມຫຍຸ້ງຍາກ, ກ້າວໜ້າບົນເສັ້ນທາງ ສ້າງສາບ້ານເກີດເມືອງນອນ, ປະເທດຊາດ ເມື່ອຕ້ອນຮັບລຸງໂຮ່ ໄປຢ້ຽມຢາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນ, ຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະ ຜົນງານໃຫຍ່ຫຼວງ ເຊິ່ງຄະນະພັກ, ກອງທັບ ແລະ ປະຊາຊົນແຂວງຮ່າຕຶງ ບັນລຸໄດ້. ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງຮ່າຕິງ ຕ້ອງກຳນົດຄວາມສາມາດບົ່ມຊົ້ນ, ກາລະໂອກາດພົ້ນເດັ່ນ, ທ່າໄດ້ປຽບຢ່າງຈະແຈ້ງ ເພື່ອພັດທະນາໂດຍໄວ ແລະ ຍືນຍົງ. ທ່ານກ່າວວ່າ:

ຂ້າພະເຈົ້າເຊື່ອໝັ້ນວ່າ ແນວຄິດ “ສາມັກຄີ, ສາມັກຄີ, ມະຫາສາມັກຄີ - ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ” ຂອງປະທານໂຮ່ຈີມິນ ຈະແມ່ນເຂັມຊີ້ທິດໃຫ້ແກ່ແນວຄິດ ແລະ ການກະທຳຂອງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງຮ່າຕິງ. ຕ້ອງມີການປັບປຸງກຸ້ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ, ປະຕິບັດນະໂຍບາຍຄວາມເຊື່ອຖືສາສະໜາໃຫ້ເປັນຢ່າງດີ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີການດຳລົງຊີວິດຂອງປະທານໂຮ່ຈີມິນ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງທາງແຂວງຕ້ອງສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຫັນເປັນດີຈີຕອນ, ການສ້າງອຳນາດການປົກຄອງດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ຕົວເມືອງອັດສະລິຍະ.

(ແຫຼ່ງຄັດຈາກ VOV)


top