ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ພົບ​ປະ​ສົນ​ທະ​ນາ​ກັບ​ຊາວ​ກະ​ສິ​ກອນ

ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ເຊີນລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາໂດຍກົງກັບຊາວກະສິກອນ ຢູ່ກອງປະຊຸມ ສົນທະນາລະຫວ່າງນາຍົກລັດຖະມົນຕີກັບຊາວກະສິກອນຫວຽດນາມ ຄັ້ງທີ 4 ປີ 2022.

ຕອນເຊົ້າວັນທີ 29 ພຶດສະພາ ຢູ່ ເຊີນລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການໂອ້ລົມສົນທະນາໂດຍກົງກັບຊາວກະສິກອນ ຢູ່ກອງປະຊຸມ ສົນທະນາລະຫວ່າງນາຍົກລັດຖະມົນຕີກັບຊາວກະສິກອນຫວຽດນາມ ຄັ້ງທີ 4 ປີ 2022.

  

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະສົນທະນາກັບຊາວກະສິກອນ 

ດ້ວຍຫົວຂໍ້ “ຕໍ່ກຳລັງ, ໜູນຊ່ວຍຊາວກະສິກຳ, ປະຕິບັດວິໄສທັດພັດທະນາກະສິກຳ, ຊົນນະບົດແບບຍືນຍົງ”, ກອງປະຊຸມແມ່ນໂອກາດເພື່ອໃຫ້ ລັດຖະບານ, ນາຍົກລັດຖະມົນຕີ, ກະຊວງ, ຂະແໜງການຮັບຟັງຄວາມມຸ່ງມາດປາດຖະໜາຂອງຊາວກະສິກອນ; ແລກປ່ຽນກ່ຽວກັບຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສິ່ງທ້າທາຍ ແລະ ຂໍ້ສະເໜີແນະ, ມາດຕະການຕ່າງໆ. ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແລກປ່ຽນ, ປຶກສາຫາລືຢ່າງກົງໄປກົງມາ ແລະ ເຮັດແຈ້ງກ່ຽວກັບບັນຫາສຳຄັນຈາກການກຳນົດທິດຍຸດທະສາດ, ສິ່ງທ້າທາຍ, ຂໍ້ຕິດຂັດ, ມາດຕະການພັດທະນາກະສິກຳ, ຊົນນະບົດ, ຊາວກະສິກອນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ບັນດາບັນຫາ, ເນື້ອໃນທີ່ນຳມາປຶກສາຫາລືໃນການໂອ້ລົມສົນທະນາໄດ້ປະກອບສ່ວນເພີ່ມເຕີມຫຼັກຖານຕົວຈິງເຂົ້າໃນການສ້າງຍຸດທະສາດພັດທະນາກະສິກຳ, ຊົນນະບົດແບບຍືນຍົງ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງມີຄວາມເອົາໃຈໃສ່ເປັນພິເສດ, ກຳແໜ້ນສະພາບການຕົວຈິງ, ຮັບຟັງຄວາມມຸ່ງມາດປາດຖະໜາຂອງຊາວກະສິກອນ, ໂດຍສະເພາະແມ່ນບັນດາບັນຫາທີ່ເກີດຂຶ້ນໃໝ່ ໃຫ້ມີມາດຕະການແກ້ໄຂຢ່າງເໝາະສົມ, ທັນການ.

     ຕອນບ່າຍວັນດຽວກັນ, ທີ່ການພົບປະເຮັດວຽກກັບຄະນະປະຈຳພັກແຂວງ ເຊີນລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງບັນດາໝາກຜົນທີ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງເຊີນລາ ບັນລຸໄດ້ໃນການປະຕິບັດໜ້າທີພັດທະນາເສດຖະກິດ ສັງຄົມໃນຊຸມປີຜ່ານມາ, ປະກອບສ່ວນເຂົ້າໃນການພັດທະນາຂອງທົ່ວປະເທດ . ທ່ານນາຍົກລັດຖະມົນຕີ  ສະເໜີ ແຂວງເຊີນລາ ສະຫຼຸບການປະຕິບັດຕົວຈິງ, ຖອດຖອນບົດຮຽນໃນການປະຕິບັດໜ້າທີ່ໃນໄລຍະຈະມາເຖິງ; ເສີມຂະຫຍາຍຈິດໃຈສາມັກຄີ, ເປັນເອກະພາບ, ເພີ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊື່ອໝັ້ນຕົນເອງ ແລະ ບືນຕົວຂຶ້ນ, ຍູ້ແຮງການແບ່ງຂັ້ນແລະ ສິດອຳນາດ, ໄປຄຽງຄູ່ກັບການກຳນົດຄວາມຮັບຜິດຊອບ ແລະ ການຈັດສັນແຫຼ່ງກຳລັງ, ຍ້ອງຍໍຊົມເຊີຍ, ປະຕິບັດວິໄນຢ່າງທັນການ; ເສີມຂະຫຍາຍປະຊາທິປະໄຕ, ສ້າງກຳລັງແຮງສັງລວມ...

(ແຫຼ່ງຄັດຈາກ VOV)


top