ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ​ເພື່ອ​ການ​ພັດ​ທະ​ນາ​​​ຕອນ​ເໜືອພາກ​ກາງ ແລະ ເຂດ​ແຄມ​ທະ​ເລ​ພາກ​ກາງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄຈ້ແຍກຢ່າງຈະແຈ້ງທີ່ຕັ້ງ, ບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາໝາກຜົນທີ່ບັນລຸໄດ້ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງເຂດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ  

ຕອນເຊົ້າວັນທີ 5 ກຸມພາ ຢູ່ບິ່ງດິ້ງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຜັນຂະຫຍາຍໂຄງການກະທຳຂອງລັດຖະບານ ເພື່ອປະຕິບັດມະຕິຈຂອງກົມການເມືອງກ່ຽວກັບການຜັນຂະຫຍາຍເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕອນເໜືອ ພາກກາງ ແລະ ເຂດແຄມທະເລພາກກາງ ຮອດປີ 2030, ວິໄສທັດຮອດປີ 2045 ແລະ ສົ່ງເສີມການລົງທຶນເຂດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄຈ້ແຍກຢ່າງຈະແຈ້ງທີ່ຕັ້ງ, ບົດບາດ, ຄວາມສາມາດບົ່ມຊ້ອນ, ທ່າແຮງ, ບັນດາໝາກຜົນທີ່ບັນລຸໄດ້ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຂອງເຂດ. ທ່ານນາຍົກລັດຖະມົນຕີ ສະເໜີ ບັນດາກະຊວງ, ຂະແໜງການ ແລະ 14 ທ້ອງຖິ່ນໃນເຂດ ສ້າງໂຄງການ, ແຜນການກະທຳໂດຍດ່ວນ ໃນນັ້ນທ່ານເນັ້ນໜັກວ່າ ຕ້ອງສຸມໃສ່ສ້າງລະບອບລະບຽບການ, ການວາງແຜນກຳນົດ ແລະ ນະໂຍບາຍເຊື່ອມຕໍ່ເຂດໃຫ້ສົມບູນແບບ, ຫັນປ່ຽນໂຄງປະກອບເສດຖະກິດ, ຊຸກຍູ້ການພັດທະນາເສດຖະກິດທະເລ. ພັດທະນາລະບົບຕົວເມືອງຢ່າງແຮງ, ຍູ້ແຮງການລົງທຶນໂຄງປະກອບພື້ນຖານໂຄງລ່າງເສດຖະກິດສັງຄົມເຂດ, ເປັນຕົ້ນແມ່ນພື້ນຖານໂຄງລ່າງ, ຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນຊັບພະຍາກອນ ທະເລ, ໝູ່ເກາະ ແລະ ປ່າ, ພັດທະນາວັດທະນະທຳ - ສັງຄົມຢ່າງຮອບດ້ານ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງໝັ້ນແກ່ນ, ຍົກສູງປະສິດທິຜົນຂອງວຽກງານການຕ່າງປະເທດ.

 


top