ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຟ້າມ​ມິນ​ຈິງ ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Singapore Tan Chuan-Jin

ການນຳສອງທ່ານ ກໍ່ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ເນັ້ນໜັກວ່າ, ອາຊຽນ ຕ້ອງຢຶດໝັ້ນຕໍ່ຫຼັກໝັ້ນຫຼັກການກ່ຽວກັບທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ.

ການນຳສອງທ່ານ ກໍ່ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ເນັ້ນໜັກວ່າ, ອາຊຽນ ຕ້ອງຢຶດໝັ້ນຕໍ່ຫຼັກໝັ້ນຫຼັກການກ່ຽວກັບທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ.

   

 (ພາບ: TTXVN)

 ວັນທີ 20 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໃຫ້ການຕ້ອນຮັບປະທານສະພາແຫ່ງຊາດ Singapore Tan Chuan-Jin ທີ່ພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ຍາມໃດ Singapore ກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນອັນດັບໜຶ່ງຂອງຫວຽດນາມ ໃນພາກພື້ນ. ທ່ານປາດຖະໜາວ່າ, ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ວິວັດການຮ່ວມມືຟື້ນຟູ ແລະ ພັດທະນາເສດຖະກິດຫຼັງໂລກລະບາດ, ສຸມໃສ່ບັນດາຂົງເຂດທີ່ Singapore ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການຄື ປ່ຽນແປງໃໝ່ປະດິດຄິດສ້າງ, ພະລັງງານຂຽວ, ເສດຖະກິດດີຈີຕອນ, ຫັນລະບົບສະໜອງທົ່ວໂລກເປັນຫຼາຍຮູບຫຼາຍແບບ….

     ທ່ານປະທານສະພາແຫ່ງຊາດ Singapore Tan Chuan-Jin ຢືນຢັນວ່າ, ກ່ຽວກັບດ້ານນິຕິກຳ, ສະພາແຫ່ງຊາດ Singapore ໄດ້ສະໜັບສະໜູນການຮ່ວມມືລະຫວ່າງສອງລັດຖະບານ, ສະໜັບສະໜູນບັນດາວິສາຫະກິດ Singapore ມາລົງທຶນຢູ່ຫວຽດນາມ, ເປີດກ້ວາງເຂດອຸດສາຫະກຳ VSIP ຢູ່ທ້ອງຖິ່ນອື່ນໆ ເພື່ອນັບມື້ນັບຮັດແໜ້ນ ແລະ ຍົກສູງປະສິດທິຜົນການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ.

   ການນຳສອງທ່ານ ກໍ່ໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ເນັ້ນໜັກວ່າ, ອາຊຽນ ຕ້ອງຢຶດໝັ້ນຕໍ່ຫຼັກໝັ້ນຫຼັກການກ່ຽວກັບທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ຄວາມສຳຄັນຂອງການຮັກສາສັນຕິພາບ, ເສລີພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ.

(ແຫຼ່ງຄັດຈາກ VOV)


top