ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນ​ຕໍ່​ບັນ​ດາ​ນັກ​ວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ດຽນ​ບຽນ​ຝູ

ຢູ່​ຫໍ​ອານຸສາວະລີ ປະ​ທາ​ນ​ ໂຮ່​ຈີ​ມິນ ​ຂຶ້ນ​ກັບ​ເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ​ໂນນພູ E2, ນະ​ຄອນ ດຽນ​ບຽນ​ຝູ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ​ ຄະ​ນະ​ປະ​ຕິ​ບັດງານ ​ໄດ້​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນອັນຍິ່ງໃຫຍ່​ຕໍ່ ​ປະ​ທານ​ ໂຮ່​ຈີ​ມິນ, ການ​ນຳຜູ້​ຍິ່ງ​ໃຫຍ່​ຂອງ​ພັກ ແລະ ຊາດ.
  ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ຈູດ​ທູບ​ໃຕ້​ທຽນຢູ່​ຫໍ​ອານຸສາວະລີ ປະ​ທາ​ນ​ ໂຮ່​ຈີ​ມິນ ​(ພາບ: VNA)  
  ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ຈູດ​ທູບ​ໃຕ້​ທຽນຢູ່​ຫໍ​ອານຸສາວະລີ ປະ​ທາ​ນ​ ໂຮ່​ຈີ​ມິນ ​(ພາບ: VNA)  

ເນື່ອງ​ໃນ​ໂອກ​າດລະນຶກ 79 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ເພື່ອ​ຊາດ ຫວຽດນາມ (27/7/1947 - 27/7/2026), ຕອນ​ເຊົ້າ​ວັນ​ທີ 25 ກໍ​ລະ​ກົດ, ເນື່ອງ​ໃນ​ໂອ​ກາດ​ໄປ​ປະ​ຕິ​ບັດ​ງານ​ຢູ່ ແຂວງດຽ​ນບຽນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ພ້ອມ​ກັບ​ຄະ​ນ​ະ​ປະ​ຕິ​ບັດ​ງານ​ສູນ​ກາງ​ໄດ້​ໄປ​ຈູດ​ທູບ​ໃຕ້​ທຽນ, ວາງ​ພວງ​ມາ​ລາ ສະ​ແດງ​ຄວາມ​ເຄົາ​ລົບ​ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບວິ​ລະ​ຊົນ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ດຽນ​ບຽນ​ຝູ.

ຢູ່​ຫໍ​ອານຸສາວະລີ ປະ​ທາ​ນ​ ໂຮ່​ຈີ​ມິນ ​ຂຶ້ນ​ກັບ​ເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ​ໂນນພູ E2, ນະ​ຄອນ ດຽນ​ບຽນ​ຝູ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ​ ຄະ​ນະ​ປະ​ຕິ​ບັດງານ ​ໄດ້​ຈູດ​ທູບ​ໃຕ້​ທຽນ​ສະ​ແດງ​ຄວາມ​ຮູ້​ບຸ​ນ​ຄຸນອັນຍິ່ງໃຫຍ່​ຕໍ່ ​ປະ​ທານ​ ໂຮ່​ຈີ​ມິນ, ການ​ນຳຜູ້​ຍິ່ງ​ໃຫຍ່​ຂອງ​ພັກ ແລະ ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິງ​ຮຶງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ ໄດ້​ສະ​ຫງວນ​ໜຶ່ງ​ນາ​ທີ​ອາ​ໄລ​ຫາ​ ປ​ະ​ທານ​ ໂຮ່​ຈີ​ມິນ, ຂໍ​ຝືກຝົນຫຼໍ່​ຫຼອມ​ຕາມ​ແບບ​ແຜນ​ການ​ຮ່ຳ​ຮຽນ, ເຮັດ​ຕາມ​ແນວ​ຄິດ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ ປະ​ທານ​ ໂຮ່​ຈີ​ມິນ ​ຜູ້​ຍິ່ງ​ໃຫຍ່​ດ້ວຍ​ຄວາມ​ສະ​ໝັກ​ໃຈ; ຍົກ​ສູງ​ຄຸນ​ທາດ​ການ​ເມືອງ, ລະ​ດັບ​ວິ​ຊາ​ການ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ລັດ​ຖະ​ບານ​ທັນ​ສະໄໝ, ສ້າງ​ສັນ ແລະ ຮັບ​ໃຊ້​ປະ​ຊາ​ຊົນ, ຕັດ​ສິນ​ໃຈ​ນຳ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ, ຮັ່ງ​ມີ​ເຂັ້ມ​ແຂງ, ສີ​ວິ​ໄລ, ຜາ​ສຸກ.


top