ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ຕັດ​ສິນ​ໃຈ​ບຸກ​ທະ​ລຸ ໃນ​ໄລ​ຍະ​ສຸດ​ທ້າຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃກ້​ຊິດ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ, ບົດ​ສະຫຼຸບ​ຂອງ​ສູນ​ກາງ ແລະ ບັນ​ດາ​ໂຄງ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ, ຈຸດ​ສຸມ​ແມ່ນ ສ້າງ​ລະ​ບອບ​ລະ​ບຽບ​ກາ​ນ​ກົດ​ໝາຍໃຫ້​ສົມ​ບູນ​ແບບ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ຍັງ​ຄົງ​ຂ້າງ​ຢ່າງ​ທັນການ, ​ຖື​ນີ້​ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ຮັບ​ໃຊ້​ການ​ພັດ​ທະ​ນາ.

ຕອນ​ເຊົ້າ​ວັນ​ທີ 3 ຕຸ​ລາ, ຢູ່​ຮ່າ​ໂນ້ຍ,ໂດຍການ​ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ປະ​ຈຳ​ເດືອນ​ກັນ​ຍາ ປີ 2026 ແລະ ກອງ​ປະ​ຊຸມ​ທາງ​ໄກ​ລັດ​ຖະ​ບານ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ພ້ອມ​ກັບ 34 ແຂວງ, ນ​ະ​ຄອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮອງ ຊ​ີ້​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຄວາມ​ກົດ​ດັ່ນ​ໃຫ້​ແກ່​ໄຕ​ມາດ​ທີ 4 ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ, ຕ້ອງ​ຕັດ​ສິນ​ໃຈ​ບຸກ​ທະ​ລຸ​ໃນ​ໄລ​ຍະ​ສຸດ​ທ້​າຍ. ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍ​ຕັດ​ສິນ ເຖິງ​ກາ​ນປະ​ຕິ​ບັດ​ສຳ​ເລັດ​ເປົາ​ໝາຍ​ຂອງ​ທັງ​ປີ​ກໍ່​ຄື​ທັງອາ​ຍຸ​ການ.

  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ເສດ​ຖະ​ກິດ 9 ເດືອນ​ຕົ້ນ​ປີ 2026 ໄດ້​ຮັບ​ຮູ້​ລະ​ດັບ​ການ​ເຕີບ​ໂຕ​ສູງ​ທີ່​ສຸດ​ໃນຫຼາຍ​ປີ, ສ້າງ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ສອງ​ຕົວ​ເລກ.ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໂງວັນ​ຕວັນ ເນັ້ນ​ໜັກ​ຄື​ດັ່ງ​ກ່າວ​ຢູ່ກອງ​ປະ​ຊຸມ. ບັນ​ດາ​ຕົວ​ເລກ​ທີ່​ເປັນ​ໜ້າ​ປະ​ທັບ​ໃຈ, ກ້າວ​ກະ​ໂດດ​ຂັ້ນ ​ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ​ກ່ຽວ​ກັບ​ການ​ເຕີບ​ໂຕ ແລະ ດຶງ​ດູດ​ການ​ລົງ​ທຶນ​ຄື: GDP ໄຕ​ມາດ​ທີ III/2026 ຄາດ​ວ່າ​ບັນ​ລຸ 9,95%, ນຳ​ການ​ເຕີບ​ໂຕ GDP 9 ເດືອນ​ບັນ​ລຸ 9,01%. 12 ທ້ອງ​ຖິ່ນ​ມີ​ການ​ເຕີບ​ໂຕ​ບັນ​ລຸ​ສອງ​ຕົວ​ເລກກວ່າ 10% ດ້ວຍ​ບັນ​ດາ​ທ້ອງ​ຖິ່ນ​ນຳ​ໜ້າ​ເສດ​ຖະ​ກິດ​ຄື: ຮ່າ​ໂນ້ຍ, ນະ​ຄອນ​ໂຮ່​ຈີ​ມິນ, ຫ໋າຍ​ຝ່ອງ, ກ໋​ວາງ​ນິງ, ບັກ​ນິງ. ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 9 ເດືອນ​ຕົ້ນ​ປີ​ບັນ​ລຸ 17 ລ້ານ​ເທື່ອ​ຄົນ (ເພີ່ມ 14,%) ຢູ່​ລະ​ດັບ​ສູງ​ທີ່​ສຸດ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ. ທຶນ​ຈົດ​ທະ​ບຽນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ (FDI) ບັນ​ລຸກວ່າ 50 ຕື້ USD; ການ​ປ່ອຍ​ເງິນ​ບັນ​ລຸກວ່າ 21 ຕື້ USD. ເປັນ​ຄັ້ງ​ທຳ​ອິດ​ຂະ​ແໜງ​ການ​ແພດ​ຈັດ​ຕັ້ງ​ການ​ກວດ​ປິ່ນ​ປົວ​ພະ​ຍາດ ປະ​ຈຳ​ປີ​ໂດຍ​ບໍ່​ຄິດ​ຄ່າ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ມານ 52 ລ້ານ​ຄົນ, ໄປ​ຄຽງ​ຄູ່​ກັບ​ການ​ຍູ້​ແຮງ​ເຜີຍ​ແຜ່ນ​ຳ​ໃຊ້​ປຶ້ມ​ສຸ​ຂະ​ພາບ​ດີ​ຈີ​ຕອນ. ກ່າວ​ຄຳ​ເຫັນ​ຊີ້​ນຳ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ແຈ້ງວ່າ:

ນີ້​ແມ່ນ​ໄລ​ຍະ​ສຸດ​ທ້າຍ​ມີ​ຄວາມ​ໝາຍ​ຕັດ​ສິນ, ຮຽກ​ຮ້ອງ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຜັນ​ຂະ​ຫຍາຍ​ຢ່າງ​ລະ​ອຽດ, ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກຳ​ລັງ​ໜູນ​ເຕີບ​ໂຕ​ຕ້ອງ​ຂຸດ​ຄົ້ນ​ຢ່າງ​ສຸດ​ຂີດ. ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ້ອງ​ແກ້​ໄຂ​ຢ່າງ​ຊິ້ນ​ເຊິ່ງ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ, ມີ​ຄວາມ​ເຂັ້ມ​ແຂງ​ຢ່າງ​ພຽງ​ພໍ, ມີ​ຄວ​າມ​ເປັນ​ໄປ​ໄດ້​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າກວ່າ​ໃນ​ໄຕ​ມາດ​ທີ IV ຂອງ​ປີ 2026.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ໃກ້​ຊິດ​ປະ​ຕິ​ບັດ​ບັນ​ດາ​ມະ​ຕິ, ບົດ​ສະຫຼຸບ​ຂອງ​ສູນ​ກາງ ແລະ ບັນ​ດາ​ໂຄງ​ການ​ກະ​ທຳ​ຂອງ​ລັດ​ຖະ​ບານ, ຈຸດ​ສຸມ​ແມ່ນ ສ້າງ​ລະ​ບອບ​ລະ​ບຽບ​ກາ​ນ​ກົດ​ໝາຍໃຫ້​ສົມ​ບູນ​ແບບ, ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ຍັງ​ຄົງ​ຂ້າງ​ຢ່າງ​ທັນການ, ​ຖື​ນີ້​ແມ່ນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ຮັບ​ໃຊ້​ການ​ພັດ​ທະ​ນາ.


top