ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່​ສ້າງ​ເສັ້ນ​ທາງ​ດ່ວນ​ເໜືອ - ໃຕ້

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຈົ່ງຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການ, ປະຕິບັດສຳເລັດກ່ອນແຜນການວາງອອກຢ່າງໜ້ອຍສຸດແມ່ນໜຶ່ງໄຕມາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ (ພາບ: TTXVN)

ຕອນຄ່ຳວັນທີ  5 ກຸມພາ, ພາຍຫຼັງສືບຕໍ່ການກວດກາ, ກະຕຸກຊຸກຍູ້, ໃຫ້ກຳລັງໃຈກຳລັງກໍ່ສ້າງບັນດາໂຄງການເສັ້ນທາງດ່ວນຈາກ ແຄ໊ງຮວ່າ ຫາ ດົ່ງນາຍ ຂຶ້ນກັບໂຄງການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ຫົວໜ່ວຍທີ່ກ່ຽວຂ້ອງເຖິງໂຄງການຈຸດສຸມນີ້.

     ກ່າວຄໍາເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຈົ່ງຍູ້ໄວຄວາມຄືບໜ້າໃນການປະຕິບັດໂຄງການ, ປະຕິບັດສຳເລັດກ່ອນແຜນການວາງອອກຢ່າງໜ້ອຍສຸດແມ່ນໜຶ່ງໄຕມາດ. ທ່ານມອບໃຫ້ທ້ອງຖິ່ນຕ່າງໆຕ້ອງມີຄວາມຮັບຜິດຊອບໃນການບຸກເບີກໜ້າພຽງ, ຈັດສັນການຕັ້ງຖິ່ນຖານໃໝ່ໃຫ້ແກ່ປະຊາຊົນທີ່ຖືກຜົນສະທ້ອນຈາກໂຄງການ; ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງຜູ້ຕັ້ງຖິ່ນຖານໃໝ່; ຈັດຄັ້ງການສ້າງແຜນຜັງພັດທະນາບັນດາເຂດໃໝ່ຍ້ອນເສັ້ນທາງດັ່ງກ່າວສ້າງຂຶ້ນ; ຄຸ້ມຄອງການສະໜອງວັດສະດຸກໍ່ສ້າງໃຫ້ແກ່ໂຄງການໃຫ້ເປັນຢ່າງດີ; ຮັບປະກັນສິ່ງແວດບ້ອມພາຍຫຼັງກໍ່ສ້າງໂຄງການສຳເລັດ.

(ແຫຼ່ງຄັດຈາກ VOV)


top