ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ສຸມ​ໃສ່​ແກ້​ໄຂ​ຜົນ​ຮ້າຍ​ຢ້​ອນ​ຫຼັງ​ຈາກ​ພາ​ຍຸ​ຝົນ​ຕົກ​ຜິ​ດ​ປົກ​ກະ​ຕິ​ຢູ່​ພາກ​ກາງ

ທ່ານນາຍົກລັດຖະມົນຕີ ມອບໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເຂດພາກກາງ ສືບຕໍ່ຈັດການຕິດຕາມກວດກາການຜັນແປຂອງໄພທຳມະຊາດຢ່າງແໜ້ນແຟ້ນ, ຊີ້ນຳ, ຜັນຂະຫຍາຍມາດຕະການຮັບມືຢ່າງທັນການ ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານຊີວິດອິນຊີໃຫ້ແກ່ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ມອບໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເຂດພາກກາງ ສືບຕໍ່ຈັດການຕິດຕາມກວດກາການຜັນແປຂອງໄພທຳມະຊາດຢ່າງແໜ້ນແຟ້ນ, ຊີ້ນຳ, ຜັນຂະຫຍາຍມາດຕະການຮັບມືຢ່າງທັນການ ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານຊີວິດອິນຊີໃຫ້ແກ່ປະຊາຊົນ.

   

ພາບປະກອບ: chinhphu.vn

ຕໍ່ໜ້າຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ໄພທຳມະຊາດ ທີ່ມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ຝົກຕົກນ້ຳຖ້ວມ, ດິນເຊາະເຈື່ອນ ອາດຈະສືບຕໍ່ເກີດຂຶ້ນ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງໂທລະເລກທາງການ ຮຽກຮ້ອງໃຫ້ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໄພທຳມະຊາດ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເຂດພາກກາງ ສຸມໃສ່ຊີ້ນຳແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກນ້ຳຖ້ວມໂດຍໄວ, ເປັນເຈົ້າການໃນການຜັນຂະຫຍາຍມາດຕະການຮັບມືກັບການຜັນແປຜິດປົກກະຕິຂອງໄພທຳມະຊາດຢ່າງທັນການ, ມີປະສິດທິຜົນເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານຊີວິດອິນຊີຂອງ ປະຊາຊົນ, ຈຳກັດຜົນຮ້າຍຈາກໄພທຳມະຊາດ.

ທ່ານນາຍົກລັດຖະມົນຕີ ມອບໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນເຂດພາກກາງ ສືບຕໍ່ຈັດການຕິດຕາມກວດກາການຜັນແປຂອງໄພທຳມະຊາດຢ່າງແໜ້ນແຟ້ນ, ຊີ້ນຳ, ຜັນຂະຫຍາຍມາດຕະການຮັບມືຢ່າງທັນການ ເພື່ອແນໃສ່ຮັບປະກັນຄວາມປອດໄພດ້ານຊີວິດອິນຊີໃຫ້ແກ່ປະຊາຊົນ, ຈັດການຢື້ຢາມຖາມຂ່າວ, ໜູນຊ່ວຍບັນດາຄອບຄົວທີ່ໄດ້ຮັບຜົນເສຍຫາຍ, ປະສົບກັບຄວາມຫຍຸ້ງຍາ, ຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ; ລະດົມກຳລັງໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍ ຈາກຝົນຕົກນ້ຳຖ້ວມໂດຍໄວ, ສຸມໃສ່ແກ້ໄຂເຮືອນຊານ, ເສີມສ້າງເຮືອ, ແກ້ໄຂສິ່ງແວດລ້ອມຫຼັງພາຍຸ, ຟື້ນຟູການຜະລິດກະສິກຳ, ໜູນຊ່ວຍຢ່າງທັນການ, ຮັບປະກັນຄວາມຕ້ອງການທີ່ຈຳເປັນຂອງປະຊາຊົນ, ລວບລວມຜົນເສຍຫາຍ, ລາຍງານສະເໜີຕໍ່ການນຳຕາມສິດອຳນາດ.

(ແຫຼ່ງຄັດຈາກ VOV)


top