ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວ​ຽດ​ນາມ ຟ້າມ​ມິງ​ຈິງ ໂອ້​ລົມ​ທາງ​ໂທ​ລະ​ສັບກັບ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫຼ​ີ​ເຄ​ີ​ຊຽງ: ຊຸກ​ຍູ້​ການ​ພົວ​ພັນ​ຮອບ​ດ້ານ ຫວຽດ​ນາມ - ຈີນ

ຕອນເຊົ້າວັນທີ 13 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີລັດຖະບານ ຈີນ ຫຼີເຄີຊຽງ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ຈີນ (18/01/1950 – 18/01/2022).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ໃນການໂອ້ລົມ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີໂດຍຖືວ່າ: ປີ 2021, ການພົວພັນພັນ ຫວຽດນາມ - ຈີນ ຈະສືບຕໍ່ພັດທະນາ ແລະ ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ. ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ວົງເງິນການຄ້າ 2 ຝ່າຍຍັງຄົງບັນລຸສະຖິຕິໃໝ່, ຄາດວ່າບັນລຸກວ່າ 160 ຕື້ USD ໃນປີ 2021; ສາຍທາງລົດໄຟຕົວເມືອງ ກາດລິງ - ຮ່າດົງ ໄດ້ນຳເຂົ້າເຄື່ອນໄຫວຢ່າງສະດວກ; 2 ຝ່າຍຕັ້ງໜ້າສົມທົບກັນໃນການແກ້ໄຂບັນຫາອຸດຕັນຜະລິດຕະພັນກະເສດຂອງ ຫວຽດນາມ ຢູ່ເຂດດ່ານຊາຍແດນ. ຮ່ວມມືປ້ອງກັນ, ຕ້ານໂລກລະບາດແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ປະເທດ, ໂດຍສະເພາະແມ່ນການຮ່ວມມືດ້ານວັກຊີນກັນໂຄວິດ - 19.

ສຳລັບບັນຫາອຸດຕັນສິນຄ້າຢູ່ເຂດດ່ານຊາຍແດນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, 2 ຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນ ແລະ ນຳໃຊ້ບັນດາມາດຕະການແກ້ໄຂທີ່ມີປະສິດທິຜົນ, ຂ້ຽວຂາດເພື່ອແກ້ໄຂບັນຫາອຸດຕັນສິນຄ້າຢູ່ເຂດດ່ານຊາຍແດນ, ຮັບປະກັນການແລກປ່ຽນຄ້າຂາຍໄດ້ລຸລ່ວງຕະຫຼອດ; ທ່ານກໍ່ສະເໜີໃຫ້ ຈີນ ສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າ ແລະ ຍູ້ໄວການເປີດປະຕູຕະຫຼາດສຳລັບຜະລິດຕະພັນກະເສດ, ໝາກໄມ້ຫຼາຍຊະນິດຂອງ ຫວຽດນາມ.

ກ່ຽວກັບບັນຫາຊາຍແດນຜືນແຜ່ນດິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດ  ເອກະສານນິຕິກຳກ່ຽວກັບຊາຍແດນທາງບົກ 03 ສະບັບໃຫ້ເປັນຢ່າງດີ, ແກ້ໄຂບັນຫາທີ່ເກີດຂຶ້ນໃນການຄຸ້ມຄອງເຂດຊາຍແດນຢ່າງທັນການ ແລະ ສົມເຫດສົມຜົນ; ສືບຕໍ່ເສີມຂະຫຍາຍບັນດາກົງໄກເຈລະຈາເພື່ອແນໃສ່ຮັກສາສັນຕິພາບສະຖຽນລະພາບຢູ່ທະເລຕາເວັນອອກໃຫ້ເປັນຢ່າງດີ, ເຄົາລົບຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງກັນໃຫ້ເໝາະສົມກັບກົດໝາຍສາກົນ, ແກ້ໄຂບັນຫາຢູ່ທະເລຢ່າງສົມເຫດສົມຜົນຕາມຈິດໃຈຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ຄວາມເຄົາລົບກົດໝາຍ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຕັ້ງໜ້າຊຸກຍູ້ການເຈລະຈາເພື່ອບັນລຸໄດ້ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ສ່ວນ ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ເນັ້ນໜັກວ່າ ຈີນ ຖືເປັນສຳຄັນ ແລະ ມີຄວາມສົນໃຈຕໍ່ຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຖືນີ້ແມ່ນຂົງເຂດສຳຄັນໃນການຮ່ວມມືສອງຝ່າຍ. ທ່ານ ນາຍົກລັດຖະມົນຕີ ຫຼີເຄີຊຽງ ສະແດງຄວາມຫວັງຢາກຊຸກຍູ້ບັນດາກົນໄກເຈລະຈາ ທາງທະເລລະຫວ່າງ ສອງປະເທດ ບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງໂດຍໄວ; ພ້ອມກັບ ຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ຄວາມມານະພະຍາຍາມສ້າງ (COC)ໃຫ້ສຳເລັດໂດຍໄວ.

(ແຫຼ່ງຄັດຈາກ VOV)


top