ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິ​ງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບສະ​ພາບ​ການ​ສະ​ໜອງ​ໄຟ​ຟ້າ ແລະ ບັນ​ຫາ​ສະ​ໜອງ​ຖ່ານ, ອາຍ​ແກັດ​ໃຫ້​ແກ່​ການ​ຜະ​ລິດ​ໄຟ​ຟ້າ

ຕອນເຊົ້າວັນທີ 3 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກ່ຽວກັບສະພາບການສະໜອງໄຟຟ້າ ແລະ ບັນຫາຖ່ານ, ອາຍແກັດໃຫ້ແກ່ການຜະລິດໄຟຟ້າ.

ຕອນເຊົ້າວັນທີ 3 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກ່ຽວກັບສະພາບການສະໜອງໄຟຟ້າ ແລະ ບັນຫາຖ່ານ, ອາຍແກັດໃຫ້ແກ່ການຜະລິດໄຟຟ້າ.

  

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ພະລັງງານໄຟຟ້າ ແມ່ນ 1 ໃນ 5 ຄວາມສົມດູນໃຫຍ່ ເຊິ່ງຫວຽດນາມ ຕ້ອງຮັບປະກັນເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຢ່າງໄວວາ ແລະ ຍືນຍົງ. ໄລຍະຜ່ານມາ, ແຫຼ່ງສະໜອງ ແລະ ຄວາມຕ້ອງການລ້ວນແຕ່ໄດ້ເພີ່ມຂຶ້ນສູງຕາມການເຕີບໂຕເສດຖະກິດ - ສັງຄົມ, ພາຍຫຼັງຫັນໄປຍັງທິດທາງຮັບກັບກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ຄວາມຕ້ອງການພະລັງງານ, ລະອຽດແມ່ນຄວາມຕ້ອງການໄຟຟ້າຢູ່ປະເທດເຮົາພວມເພີ່ມຂຶ້ນສູງ.

ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາວ່າ ບັນດາກະຊວງ, ຂະແໜງການ, ອົງການ, ໜ່ວຍງານທີ່ກ່ຽວຂ້ອງຍັງບໍ່ທັນປະຕິບັດຢ່າງຂ້ຽວຂາດ ບັນດາບັນຫາເຊິ່ງທ່ານຮຽກຮ້ອງ ໂດຍກ່ຽວຂ້ອງເຖິງການຄາດຄະເນຄວາມຕ້ອງການໄຟຟ້າ, ນຳໃຊ້ໄຟຟ້າປະຢັດ ແລະ ມີປະສິດທິຜົນ, ຮັບປະກັນການສະໜອງໄຟຟ້າໃນປີ 2022 ແລະ ຊຸມປີຕໍ່ໄປ...ເພື່ອບັນລຸປະສິດທິຜົນສູງ.

ທີ່ກອງປະຊຸມ, ບັນດາຮອງນາຍົກລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການກໍ່ໄດ້ປຶກສາຫາລືຍົກອອກການຄາດຄະເນ, ສະເໜີບັນດາມາດຕະການ ເພື່ອຮັບປະກັນໄຟຟ້າຮັບໃຊ້ການພັດທະນາເສດຖະກິດ - ສັງຄົມໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top