ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ​ ກຳ​ປູ​ເຈ​ຍ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 8 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງມາຮອດນະຄອນຫຼວງ ພະນົມເປັນ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Techo Hun Sen.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງມາຮອດນະຄອນຫຼວງ ພະນົມເປັນ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ (ພາບ: VGP)  

ທີ່ວັງສັນຕິພາບຢູ່ນະຄອນຫຼວງ ພະນົມເປັນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການ.

ໃນຂອບເຂດການຢ້ຽມຢາມກຳປູເຈຍ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen; ເຂົ້າຢ້ຽມຂ່ຳນັບກະສັດ ກຳປູເຈຍ Norodom Sihamomoni; ພົບປະ ກັບທ່ານປະທານສະພາສູງ ກຳປູເຈຍ Say Chhum; ພົບປະທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin.

ໄປຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍທ່ານນາຍົກລັດຖະມົນຕີ Hun Sen ເຂົ້າຮ່ວມເວທີປາໄສສົ່ງເສີມການລົງທຶນ, ການຄ້າ ຫວຽດນາມ - ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍລົງຢ້ຽມຢາມບາງຮາກຖານເສດຖະກິດ - ສັງຄົມ ເຊິ່ງເປັນໝາກຜົນຂອງການຮ່ວມມືລະຫວ່າງ ຫວຽດນາມ - ກຳປູເຈຍ; ໂອ້ລົມສົນທະນາກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ກຳປູເຈຍ.

ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ການຢ້ຽມຢາມໃນປີສາມັກຄີ ຫວຽດນາມ - ກຳປູເຈຍ 2022 ນີ້ ໄດ້ປະກອບສ່ວນເຂົ້າໃນການພັດທະນາສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງສອງປະເທດ.


top