ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ລາ​ຊະ​ອາ​ນາ​ຈັກ ໂຮນ​ລັງ ຢ່າງ​ເປັນ​ທາງ​ການ

ໃນການຢ້ຽມຢາມ ໂຮນລັງ ຢ່າງເປັນທາງການຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະພົບປະ, ໂອ້ລົມສົນທິນາກັບການນຳຂັ້ນສູງ ໂຮນລັງ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂຮນລັງ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສະບັບຕ່າງໆລະຫວ່າງສອງປະທດ; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ໂຮນລັງ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ (ພາບ: VGP)  

ພາຍຫຼັງສິ້ນສຸດການຢ້ຽມຢາມ ລາຊະອານາຈັກ ລຸກຊຳບວກ ເປັນເວລາ 2 ວັນຢ່າງເປັນທາງການ, ເວລາ 17 ໂມງ, ຂອງວັນທີ 10 ທັນວາ (ຕາມເວລາທ້ອງຖິ່ນ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Schiphol, ນະຄອນ  Amsterdam ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte.

ຄາດວ່າ ໃນການຢ້ຽມຢາມ ໂຮນລັງ ຢ່າງເປັນທາງການຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະພົບປະ, ໂອ້ລົມສົນທິນາກັບການນຳຂັ້ນສູງ ໂຮນລັງ; ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂຮນລັງ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສະບັບຕ່າງໆລະຫວ່າງສອງປະທດ; ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ໂຮນລັງ.

ການຢ້ຽມຢາມ ໂຮນລັງ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະປະກອບສ່ວນປັບປຸງ, ເພີ່ມທະວີ, ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໂຮນລັງ ຫຼາຍກວ່າອີກ, ໃນນັ້ນ, ຊຸກຍູ້ການຮ່ວມມືພັດທະນາໃນບັນດາຂົງເຂດເຊິ່ງ ໂຮນລັງ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ ຄື: ເສດຖະກິດໝູນວຽນ, ພະລັງງານຜະລິດຄືນໃໝ່, ການຕ້ານການປ່ຽນແປງຂອງດິນຟ້າອາກາດ...


top