ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ເຂດ​ເຕີຍງວຽນ

ກອງປະຊຸມຖືກຈັດຂຶ້ນ ເພື່ອແນໃສ່ຫັນມະຕິເລກທີ 23 ກ່ຽວກັບການພັດທະນາເຂດເຕີຍງວຽນ ໃຫ້ເປັນລະອຽດ, ໃນນັ້ນ ສຸມໃສ່ 3 ເນື້ອໃນຕົ້ນຕໍ: ຈັດງານວາງສະແດງ, ໂຄສະນາກ່ຽວກັບພາດພົດ, ວັດທະນະທຳ, ປະຊາຊົນຢູ່ເຂດດິນແດນແຫ່ງນີ້ ແລະ ແນະນຳຜະລິດຕະພັນກະເສດຂອງເຂດ; ປະກາດໂຄງການດຳເນີນງານຂອງລັດຖະບານກ່ຽວກັບການປະຕິບັດມະຕິສະບັບເລກທີ 23 ຂອງກົມການເມືອງ; ສົ່ງເສີມການລົງທຶນເຂດເຕີຍງວຽນ.
  ກອງປະຊຸມຜັນຂະຫຍາຍປະຕິບັດໂຄງການດຳເນີນງານຂອງ ລັດຖະບານ ວ່າດ້ວຍການປະຕິບັດມະຕິສະບັບເລກທີ 23 - NQ/TW ຂອງກົມການເມືອງ (ພາບ: VGP)  

ຕອນເຊົ້າວັນທີ 20 ພະຈິກ, ຢູ່ແຂວງ ເລິມດົ່ງ ຂອງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍປະຕິບັດໂຄງການດຳເນີນງານຂອງ ລັດຖະບານ ວ່າດ້ວຍການປະຕິບັດມະຕິສະບັບເລກທີ 23 - NQ/TW ຂອງກົມການເມືອງ ກ່ຽວກັບທິດທາງການພັດທະນາເສດຖະກິດ- ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດ ເຕີຍງວຽນ ປີ 2030, ວິໄສທັດຮອດປີ 2045 ແລະ ການສົ່ງເສີມການລົງທຶນເຂດ. ກອງປະຊຸມຖືກຈັດຂຶ້ນ ເພື່ອແນໃສ່ຫັນມະຕິເລກທີ 23 ກ່ຽວກັບການພັດທະນາເຂດເຕີຍງວຽນ ໃຫ້ເປັນລະອຽດ, ໃນນັ້ນ ສຸມໃສ່ 3 ເນື້ອໃນຕົ້ນຕໍ: ຈັດງານວາງສະແດງ, ໂຄສະນາກ່ຽວກັບພາດພົດ, ວັດທະນະທຳ, ປະຊາຊົນຢູ່ເຂດດິນແດນແຫ່ງນີ້ ແລະ ແນະນຳຜະລິດຕະພັນກະເສດຂອງເຂດ; ປະກາດໂຄງການດຳເນີນງານຂອງລັດຖະບານກ່ຽວກັບການປະຕິບັດມະຕິສະບັບເລກທີ 23 ຂອງກົມການເມືອງ; ສົ່ງເສີມການລົງທຶນເຂດເຕີຍງວຽນ.

ກ່ອນຈະດຳເນີນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນໄດ້ໄປຢ້ຽມຊົມງານວາງສະແດງພາບຖ່າຍສິລະປະ ດ້ວຍຫົວຂໍ້: “ເຕີຍງວຽນ ສີຂຽວ - ກົມກ່ຽວ - ຍືນຍົງ”. (ຫວູຄວຽນ)


top