ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ຄວາມ​​ສະ​ຫງົບ​ປອດ​ໄພ​ຄວາມໝັ້ນຄົງທາງ​​ເຄືອ​ຂ່າຍອິ​ນ​ເຕີ​ເນັດ ແຫ່ງ​ຊາດ

ຕອນບ່າຍວັນທີ 7 ເມສາ, ຢູ່ສຳນັກງານລັດຖະບານ, ຄະນະຊີ້ນຳຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແຫ່ງຊາດ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທຳອິດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ.

ຕອນບ່າຍວັນທີ 7 ເມສາ, ຢູ່ສຳນັກງານລັດຖະບານ, ຄະນະຊີ້ນຳຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແຫ່ງຊາດ (ຄະນະຊີ້ນຳ) ໄດ້ຈັດກອງປະຊຸມຄັ້ງທຳອິດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳ.

 

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ພວມຍູ້ແຮງການຫັນເປັນດີຈີຕອນ, ສ້າງລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ, ສັງຄົມດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ, ພົນລະເມືອງດີຈີຕອນ. ໄປຄຽງຄູ່ກັບຜົນປະໂຫຍດຕ່າງໆໂດຍວິວັດການຫັນເປັນດີຈີຕອນນຳມາໃຫ້ ກໍໄດ້ວາງອອກໜ້າທີ່ໃໝ່. ດັ່ງນັ້ນ, ຕ້ອງເພີ່ມທະວີການຄຸ້ມຄອງລັດ; ສ້າງລະບອບລະບຽບການໃຫ້ສົມບູນແບບ; ຊີ້ນຳ, ນຳພາເປັນເອກະພາບແຕ່ເທິງລົງລຸ່ມ; ແນະນຳປະຊາຊົນ, ວິສາຫະກິດ ພ້ອມກັນເຂົ້າຮ່ວມເພື່ອຮັບປະກັນຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ເພື່ອແນໃສ່ຫັນແນວທາງ, ແຜນນະໂຍບາຍຂອງພັກໃຫ້ເປັນລະອຽດ ເພື່ອປົກປ້ອງຜົນປະໂຫຍດຂອງປະເທດຊາດຂອງຊາດ, ຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.

     ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາສະມາຊິກໃນຄະນະຊີ້ນຳ ຈົ່ງຮີບເຮັ່ງປະຕິບັດບັນດາມາດຕະການປ້ອງກັນຄວາມສະຫງົບປອດໄພຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ໂດຍສະເພາະແມ່ນເມື່ອສະພາບການທາງການເມືອງໃນໂລກອາດຈະມີການຜັນແປຢ່າງສັບສົນໃນໄລຍະຈະມາເຖິງ ແລະ ວຽກງານຫັນເປັນດີຈີຕອນຂອງປະເທດຊາດພວມດຳເນີນໄປຢ່າງແຮງ.

(ແຫຼ່ງຄັດຈາກ VOV)


top