ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ລາຍ​ການ​ສະ​ແດງ​ສິ​ລະ​ປະລະ​ນຶກວັນ​ທະ​ຫານ​ເສຍ​ອົງ​ຄະ ແລະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຄົບ​ຮອບ 75 ປີ

ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ເທດສະບານເມືອງ ແອງເຊີນ, ເມືອງ ແອງເຊີນ, ແຂວງ ເງະອານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມລາຍການສະແດງສະລິປະ ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2022) ຄົບຮອບ 75 ປີ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (5/9/1962 – 5/9/2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ຄົບຮອບ 45 ປີ (18/7/1977 – 18/7/2022). ລາຍການດັ່ງກ່າວໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບ ຄະນະກຳມະການປະຊາຊົນແຂວງ ເງະອານ ຈັດຂຶ້ນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບເຮືອນແຫ່ງສາຍຈິດມິດໃຈ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ຢູ່ເມືອງ ແອງເຊີນ, ແຂວງ ເງະອານ (ພາບ: TTXVN)

ລາຍການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ຈາລຶກຄຸນງາມຄວາມດີຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ທີ່ໄດ້ເສຍສະຫຼະ, ໄດ້ອຸທິດສ່ວນແກ່ພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ແລະ ພາລະໜ້າທີ່ສາກົນອັນສູງສົ່ງ. ຜ່ານນັ້ນ, ສືບຕໍ່ປຸກລຸກມູນເຊື້ອນ້ຳໃຈຮັກຊາດ, ມູນເຊື້ອວິລະຊົນໃນໝູ່ປະຊາຊົນແຕ່ລະຄົນ, ສືບຕໍ່ແຜ່ຂະຫຍາຍສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, “ຕອບບຸນແທນຄຸນ” ຂອງຊາດ ຫວຽດນາມ. ໃນລາຍການນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມອບເຮືອນແຫ່ງສາຍຈິດມິດໃຈ 20 ຫຼັງ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ຢູ່ເມືອງ ແອງເຊີນ, ແຂວງ ເງະອານ. ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກໍ່ໄດ້ມອບຂອງຂວັນ 75 ພູດ ເຊິ່ງລວມມູນຄ່າ 750 ລ້ານດົ່ງ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວ ຢູ່ເມືອງ ແອງເຊີນ ເຊັ່ນດຽວກັນ.

ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາຜູ້ແທນ ໄດ້ຖະຫວາຍທູບທຽນໄວ້ອາໄລຢູ່ ວິຫານບູຊາ ປະທານ ໂຮ່ຈີມິນ ແລະ ບັນດານັກຮົບ, ທະຫານເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ສາກົນ ຫວຽດ - ລາວ ຢູ່ ເທດສະບານເມືອງ ແອງເຊີນ, ແຂວງ ເງະອານ. ນີ້ແມ່ນສຸສານໜຶ່ງດຽວຢູ່ ຫວຽດນາມ ທີ່ມີຊື່ທັງສອງປະເທດ, ສອງຊາດ ຫວຽດນາມ - ລາວ; ແມ່ນບ່ອນຝັງສົບພະນັກງານ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ການະທະຫານ ຫວຽດນາມ ກວ່າ 11.000 ຄົນ ເຊິ່ງເປັນບຸກຄົນດີເດັ່ນຂອງ 47 ແຂວງ, ນະຄອນໃນທົ່ວປະເທດ ທີ່ໄດ້ເສຍຊີວິດຢູ່ສະໜາມຮົບຂອງລາວ, ເພື່ອໄມຕີຈິດມິດຕະພາບສາກົນທີ່ສູງສົ່ງ.

(ແຫຼ່ງຄັດຈາກ VOV)

top