ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ສືບ​ຕໍ່​ເປົ້າ​ໝາຍ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້

ຕອນເຊົ້າວັນທີ 1 ທັນວາ ຢູ່ຮ່າໂນ້ຍ, ລັດຖະບານ ຫວຽດນາມ ໄດ້ຈັດກອງປະຊຸມປະຈຳເດືອນ ພະຈິກ 2022.

ຕອນເຊົ້າວັນທີ 1 ທັນວາ ຢູ່ຮ່າໂນ້ຍ, ລັດຖະບານ ຫວຽດນາມ ໄດ້ຈັດກອງປະຊຸມປະຈຳເດືອນ ພະຈິກ 2022.

  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ  

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ໃນເດືອນພະຈິກ, ສະພາບການໂລກສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ດ້ວຍບັນດາປັດໄຈທີ່ເປັນຄວາມສ່ຽງນັບມື້ນັບເພີ່ມຂຶ້ນ, ສົ່ງຜົນກະທົບຢ່າງໃຫຍ່ຫຼວງໃນຂອບເຂດທົ່ວໂລກ. ການແກ້ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ກໍນັບມື້ນັບຮ້າຍແຮງ, ເລິກເຊິ່ງ. ໄພເງິນເຟີ້ທົ່ວໂລກເພີ່ມຂຶ້ນສູງ. ຕໍ່ໜ້າສະພາບການນັ້ນ, ລັດຖະບານ ຫວຽດນາມ ໄດ້ສ້າງຕັ້ງໜ່ວຍງານຕ່າງໆເພື່ອແກ້ໄຂບັນຫາເກີດ. ຍ້ອນເຫດນັ້ນ, ການພັດທະນາເສດຖະກິດ - ສັງຄົມ 11 ເດືອນຂອງປີ 2022 ບັນລຸໝາກຜົນດີໂດຍພື້ນຖານ ແລະ ສຳຄັນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳບັນດາສະມາຊິກລັດຖະບານ, ຫົວໜ້າບັນດາອົງການຈັດຕັ້ງຕ້ອງຕິດຕາມ, ກຳແໜ້ນສະພາບການ, ຮັບມືຢ່າງທັນການ ດ້ວຍນະໂຍບາຍລະອຽດ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ພ້ອມທັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຮຽກຮ້ອງໃຫ້ສືບຕໍ່ຢຶດໝັ້ນກັບເປົ້າໝາຍ ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ; ຍູ້ແຮງການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ, ຫັນຕະຫຼາດເປັນຫຼາຍຮູບຫຼາຍແບບ.


top