ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊ​ວັນ​ຟຸກ​ ເຂົ້າ​ຮ່ວມ​ພິ​ທີ​ສົ່ງ​ອອກໝາກ​ລີ້ນ​ຈີ່​ໄປ​ຍັງ​ບັນ​ດາ​ຕະຫຼາດ​ໃຫຍ່

ຕອນເຊົ້າວັນທີ 6 ມິຖຸນາ, ຢູ່ນະຄອນບັກຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີ ແລະ ຕັດແຖບຜ້າພິທີຈຳໜ່າຍໝາກລີ້ນຈີ່ຂອງແຂວງບັກຢາງ ຢູ່ພາຍໃນປະເທດ ແລະ ສົ່ງອອກໄປຍັງບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ໄທ, ຍີ່ປຸ່ນ…


 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄຂົ້າຢ້ຽມຊົມສວນປູກຕົ້ນໄມ້ກິນໝາກຂອງລຸງໂຮ່ 

(ພາບ: VGP)


ເລື່ອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມເຫດການດັ່ງກ່າວໄດ້ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງລັດທີ່ມີຕໍ່ຊາວປະສິກອນຜູ້ປູກໝາກລີ້ນຈີ່ເວົ້າສະເພາະ ແລະ ຊາວກະສິກອນທົ່ວປະເທດເວົ້າລວມ.

ປັດຈຸບັນ, ບັກຢາງມີ ເນື້ອທີ່ປູກໝາກລີ້ນຈີ່ປະມານ 50 ພັນ ເຮັກຕາ. ໃນປີນີ້, ແຂວງບັກຢາງ ຄາດຄະເນວ່າຈະເກັບກ່ຽວໝາກລີ້ນຈີ່ໄດ້ປະມານ 160.000 ໂຕນ, ໃນນັ້ນສົ່ງອອກໄປຍັງຕະຫຼາດ ຈີນແມ່ນປະມານເຄິ່ງໜຶ່ງ. ພ້ອມກັນນັ້ນແມ່ນສຸມໃສ່ສົ່ງອອກໄປຍັງບັນດາຕະຫຼາດໃໝ່, ມີຄວາມສາມາດບົ່ມຊ້ອນ, ມີປະສິດທິຜົນດ້ານເສດຖະກິດສູງຄື: ອາເມລິກາ, EU, ສ.ເກົາຫຼີ. ນີ້ກໍ່ແມ່ນປີທຳອິດທີ່ໝາກລີ້ນຈີ່ສົດຂອງຫວຽດນາມໄດ້ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ.

        ກ່ອນໜ້ານັ້ນ, ໃນວັນທີ 6 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຢ້ຽມຊົມສວນປູກຕົ້ນໄມ້ກິນໝາກຂອງລຸງໂຮ່ໃນບໍລິເວນເມືອງລຸກງານ, ແຂວງບັກຢາງ, ຖະຫວາຍທູບທຽນອາໄລຫາດວງວິນຍານຂອງ ປະທານໂຮ່ຈີມິນຢູ່ຫໍບູຊາໃນບໍລິເວນຂອງສວນ.

(ແຫຼ່ງຄັດຈາກ VOV)


top