ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 120 ປີ ແຫ່ງວັນ​ສ້າງ​ຕັ້ງ​ແຂວງ ຈ່າ​ວີງ

ຕອນຄ່ຳວັນທີ 14 ມັງກອນ, ຢູ່ແຂວງຈ່າວີງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 120 ປີ ແຫ່ງວັນສ້າງຕັ້ງ ແຂວງ (1900 - 2020). 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມກັບບັນດາການນຳເຂົ້າຮ່ວມພິທີ (ພາບ: VGP) 

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ແຂວງ ຈ່າວີງ ສືບຕໍ່ມີຫົວຄິດປະດິດສ້າງກ່ວາອີກໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ ທ້ອງຖິ່ນ, ສຸມໃສ່ພັດທະນາການຜະລິດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ກະສິກຳ Logistics ຕິດພັນກັບອຸດສາຫະກຳ, ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຮ່ວມສຳພັນລະຫວ່າງເຂດເພື່ອພັດທະນາຫຼາຍຂົງເຂດ, ເອົາໃຈໃສ່ເຖິງການເບິ່ງແຍງດູແລການສຶກສາ, ພິເສດແມ່ນການສຶກສາທີ່ມີຄຸນນະພາບສູງ. ທ່ານກ່າວວ່າ:

        ເສີມຂະຫຍາຍມູນເຊື້ອປະຕິວັດ, ດ້ວຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມທຸກຍາກລຳບາກ, ກ້າປ່ຽນແປງໃໝ່ຈິນຕະນາການບົນພື້ນຖານຜົນສຳເລັດທີ່ບັນລຸໄດ້, ພິເສດ, ພາຍຫຼັງ 28 ປີສ້າງແຂວງຄືນໃໝ່, ຂ້າພະເຈົ້າເຊື່ອໝັ້ນວ່າ ອົງຄະນະພັກ ແລະ ປະຊາຊົນແຂວງ ຈ່າວີງຈະສືບຕໍ່ມີຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ, ຮ່ວມແຮງຮ່ວມໃຈ, ສືບຕໍ່ຍູ້ແຮງການປ່ຽນແປງໃໝ່ ແລະ ພັດທະນາຢ່າງຮອບດ້ານໃນບັນດາຂົງເຂດ, ປະຕິບັດບັນດາຄາດໝາຍ ແລະ ໜ້າທີ່ເຊິ່ງກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ X ວາງອອກໄດ້ຢ່າງມີໄຊ ແລະ ລື່ນກາຍຄາດໝາຍ, ສ້າງແຂວງຈ່າວີງໃຫ້ນັບມື້ນັບມີຄວາມສວຍງາມ, ປະຊາຊົນມີການດຳລົງຊີວິດ ທີ່ອີ່ມໜຳສຳລານ, ຜາສຸກ, ປະກອບສ່ວນພ້ອມກັບປະເທດປະຕິບັດມະຕິກອງປະຊຸມໃຫຍ່ຄະນະຜູ້ແທນທົ່ວປະເທດຄັ້ງທີ XII ຂອງ ພັກ ໄດ້ຢ່າງມີໄຊ.

        ເນື່ອງໃນໂອກາດນີ້ິ້, ຕາງໜ້າໃຫ້ແກ່ການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ໄດ້ມອບ “ຫຼຽນໄຊແຮງງານຊັ້ນໜຶ່ງ” ໃຫ້ແກ່ປະຊາຊົນ ແລະ ພະນັກງານແຂວງ ຈ່າວີງ, ຍ້ອນມີຜົນງານດີເດັ່ນໃນການສ້າງສາ ແລະ ພັດທະນາເສດຖະກິດ ສັງຄົມ, ປະກອບສ່ວນສ້າງສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.

(ແຫຼ່ງຄັດຈາກ VOV)


top