ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 28 ທັນວາຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.
  ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ  

ທີ່ການພົບປະ, ທ່ານລັດຖະມົນຕີ ເລມິງຮວານ ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ລາວ ຮັບຊາບກ່ຽວກັບໝາກຜົນການປະຊຸມ ປະຈຳປີ 2022 ລະຫວ່າງສອງກະຊວງ, ໝາກຜົນການຜັນຂະຫຍາຍໂຄງການຕ່າງໆຈາກແຫຼ່ງອຸປະຖຳຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ລາວ; ທ່ານຢັ້ງຢືນວ່າ ບັນດາໂຄງການດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນການຮ່ວມມືລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈຕໍ່ຫວຽດນາມ ທີ່ໄດ້ຊ່ວຍເຫຼືອລາວ ໃນການປະຕິຮູບດິນນາ, ກໍ່ສ້າງຊົນລະປະທານ ແລະ ເຕັກນິກໃນການປູກເຂົ້າໃຫ້ມີສະມັດຕະພາບສູງ; ທ່ານຫວັງວ່າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືດ້ານກະສິກຳປ່າໄມ້ ໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ທີ່ກອງປະຊຸມປະຈຳປີ 2022 ທີ່ໄດ້ດຳເນີນໃນວັນທີ 27 ທັນວາ ຢູ່ນະຄອນຫຼວງວຽງຈັນ, ການກຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກັບກະຊວງກະສິກຳປ່າໄມ້ ລາວ ໄດ້ເຊັ່ນເອກະສານຮ່ວມມືຫຼາຍສະບັບໃນຂົງເຂດກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ.


top