ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢຶ້​ຢາມ​ຖາມ​ຂ່​າວ, ອວຍ​ພອນ​ບຸນ​ເຕັດ​ ​ພະ​ນັກ​ງານ​ນັກ​ຮົບ​ກອງ​ບັນ​ຊາ​ການ​ພິ​ທັກ​ຮັກ​ສາ

ຕອນບ່າຍວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ລົງຢຶ້ຢາມຖາມຂ່າວ, ກວດກາວຽກງານເວນຍາມກຽມພ້ອມການສູ້ຮົບ ແລະ ອວຍພອນບຸນເຕັດພະນັກງານນັກຮົບກອງບັນຊາການພິທັກຮັກສາ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ   

ໂດຍຕາງໜ້າການນຳພັກ, ລັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີກຳລັງພິທັກຮັກສາຕຳຫຼວດປະຊາຊົນປະຕິບັດໜ້າທີ່ຈຸດສຸມໃຫ້ເປັນຢ່າງດີ, ໃນນັ້ນສ້າງຖັນແຖວການນຳ, ຜູ້ບັນຊາການທຸກຂັ້ນ ແລະ ພະນັກງານ, ນັກຮົບທີ່ມີຄຸນທາດການເມືອງຢ່າງໝັ້ນແກ່ນ, ມີຄວາມຈົ່ງພັກຮັກດີຕໍ່ພັກ, ປະເທດຊາດ ແລະ ປະຊາຊົນ, ກໍ່ສ້າງກຳລັງພິທັກຮັກສາຕຳຫຼວດປະຊາຊົນໃຫ້ “ມີຄວາມປອດໄສຂາວສະອາດ, ໝັ້ນແກ່ນ, ເປັນກອງທັບຫລວງ, ຍອດຢ້ຽມ, ທັນສະໄໝ”. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

ພັກ, ລັດ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດ ເຖິງການສ້າງກຳລັງພິທັກຮັກສາຕຳຫຼວດປະຊາຊົນ ໃຫ້ເປັນດາບທີ່ແຫຼມຄົມ, ແຜ່ນກັ້ນບັງທີ່ໝັ້ນແກ່ນໃນການປົກປ້ອງພັກ, ລັດ. ພັກ, ລັດ ເຊື່ອໝັ້ນວ່າ ກຳລັງພິທັກຮັກສາຕຳຫຼວດປະຊາຊົນສືບຕໍ່ເສີມຂະຫຍາຍມູນເຊື້ອວິລະຊົນ, ດ້ວຍຈິດໃຈໃໝ່, ບັນຍາກາດໃໝ່, ກຳລັງແຮງໃໝ່ສືບຕໍ່ສ້າງຜົນງານ, ວິລະກຳ ດີເລີດເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກຳລັງພິທັກຮັກສາຕຳຫຼວດປະຊາຊົນ (16 ກຸມພາ 1953 – 16 ກຸມພາ 2023), ປະກອບສ່ວນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ຢາງຕັ້ງໜ້າ ແລະ ມີປະສິດທິຜົນ.

ເນື່ອງໃນໂອກາດບຸນເຕັດປີແມວ 2023, ທ່ານນາຍົກລັດຖະມົນຕີ ອວຍພອນໃຫ້ໝູ່ນັກງານ, ນັກຮົບກຳລັງພິທັກຮັກສາຕຳຫຼວດ ປະຊາຊົນທຸກຖ້ວນໜ້າພ້ອມກັບຄອບຄົວປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢື້ຢາມຖາມຂ່າວ, ອວຍພອນບຸນເຕັດກົມຄວາມໝັ້ນຄົງການເມືອງພາຍໃນ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ກຳລັງຮັກສາຄວາມໝັ້ນຄົງການເມືອງພາຍໃນ ສືບຕໍ່ປະຕິບັດວຽກງານເປັນເສນາທິການໃນການປົກປ້ອງພື້ນຖານດ້ານແນວຄິດຂອງພັກໃຫ້ເປັນຢ່າງດີ, ຕໍ່ສູ້, ປະຕິເສດທັດສະນະທີ່ຜິດພາດຂອງອິດທິກຳລັງເປັນປໍລະປັກ, ເພີ່ມທະວີການຕໍ່ສູ້, ແກ້ໄຂບັນດາການເຄື່ອນໄຫວໂຄນາເສກສັນປັ້ນແຕ່ງ ເພື່ອແນໃສ່ທຳລາຍພັກ ແລະ ລັດ.


top