ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Dato’ Sri Ismail Sabri bin Yaakob ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ​ເປັນ​ທາງ​ການ​ຢ່າງ​ຈົບ​ງາມ​

ຖະແຫຼງການຮ່ວມ ຫວຽດນາມ - ມາເລເຊຍ ຊີ້ແຈ້ງວ່າ: ສອງປະເທດ ໄດ້ເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານ; ຢັ້ງຢືນຄຳໝັ້ນສັນຍາຈະເຮັດໃຫ້ການຮ່ວມມືດ້ານການເມືອງ ແລະ ເສດຖະກິດ ໂດຍຜ່ານການຊຸກຍູ້ ແລະ ຮັກສາການພົບປະຂັ້ນສູງເປັນປົກກະຕິ, ປັບປຸງບັນດາກົນໄກຮ່ວມມືສອງຝ່າຍ; ມານະພະຍາຍາມບັນລຸເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ USD ໃນປີ 2025.

ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Ismail Sabri bin Yaakob ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Ismail Sabri bin Yaakob ພ້ອມດ້ວຍຄະນະຜູ້ແທນຂັ້ນສູງລັດຖະບານ ມາເລເຊຍ ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ມີນາ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢ່າງຈົບງາມ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato’ Sri Ismail Sabri bin Yaakob ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຈລະຈາ; ພ້ອມກັນເຂົ້າຮ່ວມພິທີມອບ-ຮັບເອກະສານລົງນາມຮ່ວມມືລະຫວ່າງສອງປະເທດ; ເຂົ້າຮ່ວມງານລ້ຽງຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ; ພົບປະກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ; ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້; ຕ້ອນຮັບບາງວິສາຫະກິດດີເດັ່ນຂອງ ຫວຽດນາມ; ພົບປະກັບປະຊາຄົມ ຊາວ ມາເລເຊຍ ອາໄສຢູ່ ຫວຽດນາມ.

        ຖະແຫຼງການຮ່ວມ ຫວຽດນາມ - ມາເລເຊຍ ຊີ້ແຈ້ງວ່າ: ສອງປະເທດ ໄດ້ເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໃຫ້ນັບມື້ນັບເລິກເຊິ່ງ, ກວ້າງຂວາງ ແລະ ຮອບດ້ານ; ຢັ້ງຢືນຄຳໝັ້ນສັນຍາຈະເຮັດໃຫ້ການຮ່ວມມືດ້ານການເມືອງ ແລະ ເສດຖະກິດ ໂດຍຜ່ານການຊຸກຍູ້ ແລະ ຮັກສາການພົບປະຂັ້ນສູງເປັນປົກກະຕິ, ປັບປຸງບັນດາກົນໄກຮ່ວມມືສອງຝ່າຍ; ມານະພະຍາຍາມບັນລຸເປົ້າໝາຍນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ USD ໃນປີ 2025.

(ແຫຼ່ງຄັດຈາກ VOV)

top