ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ: ໝັ້ນ​ໃຈ​ເປີດ​ປະ​ຕູ​ຄືນ​ໃໝ່​ຢ່າງ​ປອດ​ໄພ​ແຕ່​ເດັດ​ຂາດ​ບໍ່ໃຫ້ປະ​ໝາດ​ຕໍ​່​ພະ​ຍາດ​ໂຄວິດ - 19

ທ່ານນາຍົກລັດຖະມົນຕີ ສືບຕໍ່ເນັ້ນໜັກເຖິງຄວາມຮຽກຮ້ອງໃຫ້ເລັ່ງຜັນຂະຫຍາຍບັ້ນສັກວັກຊິນລະດູບານໃໝ່ປີ 2022 ໂດຍໄວ, ດ້ວຍເປົ້າໝາຍໝົດເດືອນພະຈິກ ຫວຽດນາມ ຈະປະຕິບັດສຳເລັດການສັກວັກຊິນເຂັມທີ 3 ໃຫ້ ຜູ້ທີ່ມີອາຍຸແຕ່ 12 – 17 ປີ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 27, ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກທົ່ວປະເທດກັບບັນດາທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ, ຕ້ານພະຍາດໂຄວິດ  - 19 ໃນຍາມບຸນເຕັດປະຈຳຊາດປີຂານ 2022. ນີ້ແມ່ນກອງປະຊຸມເພື່ອແນໃສ່ກວດກາຄືນ, ຕີລາຄາວຽກງານປ້ອງກັນ, ຕ້ານພະຍາດໂຄວິດ - 19 ແລະ ບັນດາບັນຫາທີ່ຫາກໍ່ເກີດຂຶ້ນຕ້ອງຖອດຖອນບົດຮຽນ, ດັດປັບຢ່າງທັນການ, ກຳນົດທິດບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ. ເປົ້າໝາຍທີ່ທ່ານນາຍົກລັດຖະມົນຕີ ຍົກອອກແມ່ນ ທັງປ້ອງກັນຕ້ານ, ຄວບຄຸມພະຍາດຢ່າງມີປະສິດທິຜົນ, ທັງຈັດໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງປອດໄພ, ມ່ວນຊື່ນ, ປອດໃສ…

ທ່ານນາຍົກລັດຖະມົນຕີ ສືບຕໍ່ເນັ້ນໜັກເຖິງຄວາມຮຽກຮ້ອງໃຫ້ເລັ່ງຜັນຂະຫຍາຍບັ້ນສັກວັກຊິນລະດູບານໃໝ່ປີ 2022 ໂດຍໄວ, ດ້ວຍເປົ້າໝາຍໝົດເດືອນມັງກອນ ຫວຽດນາມ ຈະປະຕິບັດສຳເລັດການສັກວັກຊິນເຂັມທີ 2 ໃຫ້ ຜູ້ທີ່ມີອາຍຸແຕ່ 12 – 17 ປີ, ໃນໄຕມາດທີ I, ປະຕິບັດສຳເລັດການສັກວັກຊິນເຂັມທີ 3 ໃຫ້ຜູ້ທີ່ມີອາຍຸແຕ່ 18 ປີຂຶ້ນໄປ.

ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ເຊື້ອໄວຣັດສາຍພັນ Omicron ໄດ້ແຊກຊຶມເຂົ້າຫວຽດນາມ, ດັ່ງນັ້ນທຸກຂັ້ນ, ທຸກຂະແໜງການເດັດຂາດບໍ່ໃຫ້ປະໝາດ ເມີນເສີຍ, ຕ້ອງມີສະຕິລະວັງຕົວໃນໂອກາດບຸນເຕັດ.

(ແຫຼ່ງຄັດຈາກ VOV)


top