ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ອວຍ​ພອນ​ບຸນ​ປີ​ໃໝ່​ຄອບ​ຄົວ​ອະ​ດີດ​ການ​ນຳ​ລັດ​ຖະ​ບານ ຢູ່​ນະ​ຄອນ​ໂຮ່​ຈີ​ມິນ

ຕອນເຊົ້າວັນທີ 20 ມັງກອນ, ຢູ່ນະຄອນໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຖະຫວາຍດອກໄມ້, ຈູດທູບທຽນ, ຢຶ້ຢາມຖາມຂ່າວອວຍພອນບຸນເຕັດຄອບຄົວປະທານສະພາລັດຖະມົນຕີ ຟ້າມຮຸ່ງ, ຄອບຄົວອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ແລະ ຄອບຄົວອະດີດນາຍົກລັດຖະມົນຕີ ຟານວັນຂາຍ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຂາຍ ຖະຫວາຍທູບທຽນອາໄລຫາອະດີດປະທານສະພາລັດຖະມົນຕີ ຟ້າມຮຸ່ງ (ພາບ: VGP)  

ເມື່ອໂອ້ລົມກັບຍາດຕິພີ່ນ້ອງຄອບຄົວອະດີດນາຍົກລັດຖະມົນຕີ ຟານວັນຂາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກໃຫ້ເຫັນການປະກອບສ່ວນຂອງທ່ານອະດີດນາຍົກລັດຖະມົນຕີ ຟານວັນຂາຍ ໃນວິວັດການພັດທະນາປະເທດຊາດ ໂດຍສະເພາະແມ່ນພັດທະນາເສດຖະກິດ.

ເມື່ອຖະຫວາຍທູບທຽນອາໄລຫາປະທານສະພາລັດຖະມົນຕີ ຟ້າມຮຸ່ງ, ທ່ານອະດີດນາຍົກລັດຖະມົນຕີ ຫວໍວັນກຽດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ປະທານສະພາລັດຖະມົນຕີຟ້າມຮຸ່ງ ແລະ ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ ໃນພາລະກິດສ້າງສາ, ປົກປັກຮັກສາ ແລະ ປ່ຽນແປງໃໝ່ປະເທດຊາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກ ເຖິງຄວາມເກັ່ງກ້າສາມາດ, ຄຸນສົມບັດ ຂອງບັນດາການນຳອາວຸໂສ ວ່າ ເປັນແບບຢ່າງເພື່ອໃຫ້ທຸກຄົນປະຕິບັດຕາມ, ຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງສຸດໃຈ.


top