ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ສ.ໄອ​​ເຊີແລນ

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອັງກິດ ແລະ ໄອເຊີແລນທີ ໄດ້ມີຄວາມສາມັກຄີ, ເຊື່ອມຕົວເຂົ້າກັບສັງຄົມຂອງປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ ເຊິ່ງ ຊາວຫວຽດນາມ ອາໄສຢູ່ ອັງກິດພວມປະເຊີນໜ້າ ຍ້ອນໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ ລາຊະອານາຈັກອັງກິດ ແລະ ສ.ໄອເຊີແລນ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ COP 26 ແລະ ຢ້ຽມຢາມເຮັດວຽກຢູ່ ອັງກິດ, ຕອນບ່າຍວັນທີ 31 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະຊາຄົມ ຊາວຫວຽດນາມ ອາໄສຢູ່ລາຊະອານາຈັກອັງກິດ ແລະ ສ.ໄອເຊີແລນ, ການພົບປະມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ, ສະຖານທູດ ຫວຽດນາມ ປະຈຳ ອັງກິດ ພ້ອມກັບຜູ້ແທນ ກ່ວາ 100 ທ່ານທີ່ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ອອກແຮງງານ, ປະຕິບັດງານຢູ່ ອັງກິດ ແລະ ໄອເຊີແລນ.

ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ປະຊາຄົມຊາວຫວຽດນາມ ອາໄສຢູ່ ອັງກິດ ແລະ ໄອເຊີແລນທີ ໄດ້ມີຄວາມສາມັກຄີ, ເຊື່ອມຕົວເຂົ້າກັບສັງຄົມຂອງປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ພ້ອມທັງແບ່ງປັນຄວາມຫຍຸ້ງຍາກ ເຊິ່ງ ຊາວຫວຽດນາມ ອາໄສຢູ່ ອັງກິດພວມປະເຊີນໜ້າ ຍ້ອນໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ສະແດງຄວາມຂອບອົກຂອບໃຈ ແລະ ຍ້ອງຍໍຊົມເຊີຍ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ແລະ ໄອເຊີແລນ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ຫຼາຍຢ່າງກໍ່ຕາມ ແຕ່ຊາວຫວຽດນາມ ອາໄສຢູ່ ອັງກິດ ແລະ ໄອເຊີແລນກໍ່ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີການປະກອບສ່ວນຫຼາຍຢ່າງ ທີ່ສະແດງໃຫ້ເຫັນ ຈິດໃຈຄວາມຮັກແພງເຊິ່ງກັນແລະກັນ ກ່ຽວກັບບ້ານເກີດເມືອງນອນ, ເປັນຕົ້ນແມ່ນ ບັນດາການປະກອບສ່ວນຂອງ ວິສາຫະກິດ, ສ່ວນບຸກຄົນຊາວຫວຽດນາມ ອາໄສຢູ່ ອັງກິດ ໃຫ້ກອງທຶນວັກຊິນ ກໍ່ຄືບັນດາການເຄື່ອນໄຫວປ້ອງກັນ, ຕ້ານໂຄວິດ - 19 ພາຍໃນປະເທດ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພັກ ແລະ ລັດ ຍາມໃດກໍ່ມີຄວາມເອົາໃຈໃສ່ ແລະ ຖືປະຊາຄົມ ຊາວຫວຽດນາມ ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ສາມາດແຍກອອກຈາກ ຫວຽດນາມໄດ້, ແມ່ນແຫຼ່ງກຳລັງຂອງ ປະຊາຄົມຊົນຊາດ ແລະ ປັດໄຈສຳຄັນປະກອບສ່ວນເຂົ້າການເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ ລະຫວ່າງ ຫວຽດນາມ ກັບ ບັນດາປະເທດ. ຊາວຫວຽດນາມແຕ່ລະຄົນ ເຖິງວ່າຢູ່ພາຍໃນປະເທດ ຫຼືຕ່າງປະເທດກໍ່ລ້ວນແຕ່ໄດ້ຮັບການເບິ່ງແຍງເອົາໃຈໃສ່ທີ່ຄືກັນ.

ແລະກໍ່ໃນຕອນບ່າຍວັນທີ 31 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ, ເປັນສັກຂີພະຍານ ພິທີລົງນາມ, ມອບຂໍ້ຕົກລົງການຮ່ວມມື 26 ສະບັບ ໃນບັນດາຂົງເຂດຄື: ການຄ້າ, ກະສິກຳ, ການແພດ, ການສຶກສາ…ຂອງບັນດາກະຊວງ, ຂະແໜງການ ແລະ ວິສາຫະກິດ ຫວຽດນາມ ທີ່ໄດ້ລົງນາມກັບບັນດາຄູ່ຮ່ວມມືອັງກິດ.

(ແຫຼ່ງຄັດຈາກ VOV)


top