ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ​ ວິ​ພາ​ວັນ

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ກຳປູເຈຍ, ວັນທີ 10 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ  

ນາຍົກລັດຖະມົນຕີ ສອງທ່ານສືບຕໍ່ຢັ້ງຢືນ ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດ ສູງທີ່ສຸດ ຕໍ່ການຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາການພົວພັນໄມຕິຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງມາໃຫ້ປະຊາຊົນສອງປະເທດ. ໃນສະພາບການປັດຈຸບັນ, ການນຳສອງລັດຖະບານໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໝາກຜົນຂອງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ກໍ່ຄືບັນດາໂຄງການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ສອງປະເທດ ຢ່າງມີປະສິດທິຜົນ; ຜັນຂະຫຍາຍກອງປະຊຸມຄັ້ງທີ 45 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ແລະ ພິທີອັດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022, ປະກອບສ່ວນເຂົ້າຊ່ວຍໃຫ້ແຕ່ລະປະເທດກໍ່ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບຄວາມເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ມີປະສິດທິຜົນ.


top