ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ເປີດ​ປະ​ຕູ, ຜ່ອນ​ຜັນ​ການ​ແຍກ​ຕົວ​ຕ້ອງ​​ປະ​ຕິ​ບັດ​ຢ່າງ​ລະ​ມັດ​ລະ​ວັງ

ຕອນເຊົ້າວັນທີ 23 ກັນຍາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19  ໄດ້ເປັນປະທານກອງປະຊຸມຂອງຄະນະດັ່ງກ່າວ ເພື່ອຕີລາຄາສະພາບການໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ ແລະ ຜັນຂະຫຍາຍໜ້າທີ່, ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ.
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງວ່າ ວຽກງານຊີ້ນຳ ການປ້ອງກັນ ຕ້ານໂລກລະບາດໂຄວິດ - 19 ຕ້ອງສຸມໃສ່, ເຫັນດີເປັນເອກະພາບ, ລຸ້ລ່າງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ກໍ່ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກ່ວາອີກ. ທ່ານ ຟ້າມມິງຈິງ ຮຽກຮ້ອງວ່າ ບົນພື້ນຖານໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ຄວນຄົ້ນຄວ້າ ວິທີການແກ້ໄຂທີ່ເໝາະສົມ, ມີຄວາມປອດໄພ, ມີໄຫວພິບ ແລະ ປະສິດທິຜົນ. ການເປີດປະຕູ, ຜ່ອນຜັນການແຍກຫ່າງຕ້ອງປະຕິບັດຢ່າງລະມັດລະວັງ.

ຕໍ່ໜ້າສະພາບການທີ່ມີຈຳນວນຜູ້ໄດ້ຮັບການສັກວັກຊິນບໍ່ຫຼາຍ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ປະຊາຊົນຍົກສູງສະຕິຄວາມຮັບຮູ້ໃນການປະຕິບັດບັນດາຂໍ້ກຳນົດກ່ຽວກັບກັບປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນການປະຕິບັດການແຍກຕົວ, ແຍກຫ່າງໃນສັງຄົມ ຢ່າງເຂັ້ມງວດ ແລະ ບໍ່ເຕົ້າໂຮມກັນຫຼາຍຄົນ.

(ແຫຼ່ງຄັດຈາກ VOV)


top