ສອງຝ່າຍເຫັນດີເປັນເອະພາບ ສົມທົບກັນຢ່າງແໜ້ນແຟ້ນ ແລະ ກັບປະເທດອື່ນໆ ໃນອາຊຽນ ເພື່ອສ້າງ ອາຊຽນ ແຫ່ງສາມັກຄີ, ເອກະພາບ, ເພີ່ມທະວີການຮ່ວມມືໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງ ໃນການແກ້ໄຂບັນດາບັນດາຫາພາກພື້ນ...
ຕອນບ່າຍວັນທີ 25 ຕຸລາ, ຢູ່ສຳນັກງານລັດຖະບານ ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໃຫ້ການຕ້ອນຮັບທ່ານ Tan Sri Dato’ Johari bin ປະທານສະພາຕ່ຳ ມາເລເຊຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 22-25 ຕຸລາ.
ເມື່ອແລກປ່ຽນທິດທາງການຮ່ວມມືໃນໄລຍະຈະມາເຖິງ, , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ສອງປະເທດ ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ USD, ສ້າງເງື່ອນໄຂສະດວກໃຫ້ການສົ່ງອອກນຳເຂົ້າບັນດາປະເພດສິນຄ້າທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ; ສົ່ງເສີມວິສາຫະກິດສອງປະເທດເປີດກ້ວາງການລົງທຶນຢູ່ຕະຫຼາດຂອງກັນ.
ສອງຝ່າຍເຫັນດີເປັນເອກະພາບ ສົມທົບກັນຢ່າງແໜ້ນແຟ້ນ ແລະ ກັບປະເທດອື່ນໆ ໃນອາຊຽນ ເພື່ອສ້າງ ອາຊຽນ ແຫ່ງສາມັກຄີ, ເອກະພາບ, ເພີ່ມທະວີການຮ່ວມມືໃນກຸ່ມ, ເສີມຂະຫຍາຍບົດບາດໃຈກາງ ໃນການແກ້ໄຂບັນດາບັນຫາພາກພື້ນ, ເຫັນດີຮັກສາຫຼັກໝັ້ນລວມຂອງ ອາຊຽນ ໃນບັນຫາທະເລຕາເວັນອອກ…