ຄະນະຈັດຕັ້ງໄດ້ມອບ 54 ລາງວັນຄຳ, 98 ລາງວັນເງິນ, 223 ລາງວັນລົມເຊີຍ ແລະ 30 ລາງວັນສ່ວນບຸກຄົນຂອງ 11 ປະເພດ.
ງານມະໂຫລານໂທລະພາບທົ່ວປະເທດຄັ້ງທີ 42 ໄດ້ອັດລົງໃນຕອນຄ່ຳວັນທີ 22 ມີນາ ຢູນະຄອນທະເລ ກຸຍເຍິນ ແຂວງ ບິນດິ້ງ. ຄະນະຈັດຕັ້ງໄດ້ມອບ 54 ລາງວັນຄຳ, 98 ລາງວັນເງິນ, 223 ລາງວັນລົມເຊີຍ ແລະ 30 ລາງວັນສ່ວນບຸກຄົນຂອງ 11 ປະເພດ.
ກ່າວຄຳເຫັນທີ່ພິທີອັດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ: ທ່ານມີຄວາມປະທັບໃຈທີ່ສຸດ ຕໍ່ບັນດາຜົນງານເຂົ້າຮ່ວມງານມະໂຫລານປີນີ້. ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ບົດບາດຂອງສື່ມວນຊົນ-ໂທລະພາບ ນັບມື້ນັບມີຄວາມສຳຄັນ, ແມ່ນຂົວຕໍ່ລະຫວ່າງພັກ, ລັດ ກັບ ປຊຊ; ປຸກລຸກຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງຢາກອຸທິດສ່ວນ; ແຜ່ຂະຫຍາຍບັນດາຄຸນຄ່າວັດທະນະທຳມະນຸດອັນສູງສົ່ງ, ບັນດາອາລົມຈິດຄວາມຮັກແພງທີ່ດີງາມ ແລະ ຊຸກຍູ້ນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ຂະແໜງໂທລະພາບ ສືບຕໍ່ຮັກສາສີສັນອາຊີບ, ສ້າງລະບົບຊີວະພາບໂທລະພາບດີຈີຕອນແຫ່ງຊາດ, ເປີດບັນຍາກາດປະດິດຄິດສ້າງ, ພັດທະນາໃໝ່, ບຸກບືນຢ່າງແຮງກ່ວາອີກ.