ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ສິ້ນ​ສຸດ​ການໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ສາ​ກົນ ຢ່າງ​ຈົບ​ງາມ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມີບົດກ່າວປາໄສສຳຄັນ ເຊິ່ງຍົກອອກບັນດາສິ່ງທ້າທາຍທີ່ແມ່ນ້ຳຂອງ ແລະ ອ່າງແມ່ນ້ຳຂອງ ໄດ້ ແລະ ພວມປະສົບ…
  ພິທີອຳລາທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢູ່ສະໜາມບິນວັດໄຕ, ນະຄອນຫຼວງວຽງຈັນ ປະເທດ ລາວ (ພາບ: TTXVN)  

ຕອນບ່າຍວັນທີ 5 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ໄດ້ເດີນທາງກັບມາເຖິງ ຮ່າໂນ້ຍ, ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງ ສາກົນຄັ້ງທີ 4 ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ. ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ມີບົດກ່າວປາໄສສຳຄັນ ເຊິ່ງຍົກອອກບັນດາສິ່ງທ້າທາຍທີ່ແມ່ນ້ຳຂອງ ແລະ ອ່າງແມ່ນ້ຳຂອງ ໄດ້ ແລະ ພວມປະສົບ… ພິເສດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ 5 ຈຸດເຊິ່ງບັນດາປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ ແລະ ປະຊາຄົມສາກົນຕ້ອງປະຕິບັດ, ໃນນັ້ນມີການຮ່ວມມື, ໜູນຊ່ວຍ, ປົກປ້ອງແມ່ນ້ຳຂອງເພື່ອຜົນປະໂຫຍດທີ່ສອດຄອງກັບກົດໝາຍ, ຊອບທຳຂອງທຸກປະເທດ ແລະ ປະຊາຊົນທີ່ພວມດຳລົງຊີວິດຢູ່ເຂດອ່າງແມ່ນ້ຳຂອງ, ຮັບປະກັນຄວາມກົມກຽວລະຫວ່າງ ມະນຸດ ແລະ ທຳມະຊາດ…

ເມື່ອຕອບສຳພາດເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ຢ່າງຈົບງາມ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດຮຸ່ງວຽດ ເນັ້ນໜັກວ່າ: ເລື່ອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມຕັດສິນໃຈເສີມຂະຫຍາຍບົດບາດເປັນເຈົ້າການ, ຕັ້ງໜ້າຂອງ ຫວຽດນາມ ໃນການຮັບມືກັບບັນດາສິ່ງທ້າທາຍ, ເພີ່ມທະວີຄວາມສາມັກຄີກັບບັນດາປະເທດໃນຄະນະກຳມາທິການເພື່ອຄວບຄຸມ ແລະ ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງແບບຍືນຍົງ, ຮັບປະກັນຜົນປະໂຫຍດຂອງແຕ່ລະປະເທດໃນພາກພື້ນ, ໃນນັ້ນມີ ຫວຽດນາມ.


top