ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງງ ພົບ​ປະ​ກັບ​ບັນ​ດາ​ການ​ນຳ ​ອົດ​ສະ​ຕາ​ລີ

ໃນຂອບເຂດການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ຕອນບ່າຍວັນທີ 7 ມີນາ ຢູ່ Canberra, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອົດສະຕາລີ - ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອົດສະຕາລີ - ຫວຽດນາມ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອົດສະຕາລີ, ທ່ານມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງອົງການສ້າງກົດໝາຍສອງປະເທດ, ກໍ່ຄືກຸ່ມສະມາຊິກລັດຖະສະພາ ສອງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີ, ດ້ວຍການເຄື່ອນໄຫວພົບປະແລກປ່ຽນ, ໜູນຊ່ວຍ, ຮ່ຳຮຽນ, ແບ່ງປັນເຊິ່ງກັນແລະກັນ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ລັດຖະສະພາສອງປະເທດສືບຕໍ່ຫັນບັນດາຂໍ້ຕົກລົງ ເຊິ່ງສອງຝ່າຍໄດ້ລົງນາມນັ້ນ ໃຫ້ປະກົດຜົນເປັນຈິງ, ທ່ານສະໜັບສະໜູນ ແລະ ຕິດຕາມກວດກາການປະຕິບັດບັນດາຄຳໝັ້ນສັນຍາ ລະຫວ່າງ ລັດຖະບານສອງປະເທດ, ການຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ໃຫ້ປະກົດຜົນເປັນຈິງ ຢ່າງ ແທດຈິງ ແລະ ມີປະສິດທິຜົນ.

ສ່ວນທ່ານນາງ Sharon Claydon ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການໂອ້ລົມສົນທະນາ ລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Anthony Albanese ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ທ່ານໃຫ້ຮູ້ວ່າ ສະພາຕ່ຳ ອົດສະຕາລີ ລໍຄອຍການຜັນຂະຫຍາຍບັນດາເນື້ອໃນໃນຂອບເຂດການຮ່ວມມືໃໝ່ນີ້, ໃນນັ້ນມີການຊຸກຍູ້ການຮ່ວມມືລະຫວ່າງສອງກຸ່ມສະມາຊິກລັດຖະສະພາ ເວົ້າສະເພາະ ແລະ ສອງອົງການສ້າງກົດໝາຍເວົ້າລວມ.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານນາງປະທານສະພາສູງ ອົດສະຕາລີ Sue Lines ແລະ ການນຳພັກເສລີ ອົດສະຕາລີ Peter Dutton.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ມີນາ, ຢູ່ນະຄອນຫຼວງ Canberra, ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານ ຜູ້ David Hurley ມີອຳນາດເຕັມ .


top