ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຕ​ມາດ​ທີ II ປີ 2022, ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໃນ​ທົ່ວ​ປະ​ເທດ​ຈະ​ບັນ​ລຸ​ປະ​ສິດ​ທິ​ຜົນ ແລະ ຍືນ​ຍົງ​ກວ່າ

ຕອນເຊົ້າວັນທີ 5 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກ ລະຫວ່າງ ລັດຖະບານ ກັບທ້ອງຖິ່ນຕ່າງໆກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນເດືອນ ມີນາ ແລະ ໄຕມາດທີ 1 ປີ 2022; ຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ສະພາບການ, ມາດຕະການຍູ້ແຮງຄວາມຄືບໜ້າໃນການຈັດແບ່ງ, ປ່ອຍງົບປະມານຕາມແຜນລົງທຶນສາທາລະນະ ປີ 2022; ການຜັນຂະຫຍາຍກິດຈະກຳທາງຄົມມະນາຄົມທີ່ສຳຄັນຂອງຊາດ.

ກອງປະຊຸມທາງໄກ ລະຫວ່າງ ລັດຖະບານ ກັບທ້ອງຖິ່ນຕ່າງໆກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນເດືອນ ມີນາ ແລະ ໄຕມາດທີ 1 ປີ 2022 (ພາບ: VGP)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຂະແໜງການ, ທ້ອງຖິ່ນຕ່າງໆສຸມໃສ່ປະຕິບັດ 12 ກຸ່ມໜ້າທີ່, ມາດຕະການຕົ້ນຕໍ. ພ້ອມດຽວກັນນັ້ນ, ຕ້ອງຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່. ສ້າງໂຄງປະກອບຄືນໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງ ແລະ ຄວາມສາມາດຕ້ານຢັນຂອງພື້ນຖານເສດຖະກິດ, ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ເສດຖະກິດຂຽວ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຖືການພັດທະນາວັດທະນະທຳ, ການສຶກສາບຳລຸງສ້າງເປັນສຳຄັນ, ຮັບປະກັນການໜູນຊ່ວຍສັງຄົມ, ເບິ່ງແຍງດູແລຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈໃຫ້ແກ່ປະຊາຊົນບໍ່ວ່າໃນສະພາບການໃດ. ຊຸກຍູ້ການສັກວັກຊິນກັນພະຍາດໂຄວິດ - 19 ຕາມແຜນການ, ໂດຍສະເພາະແມ່ນສັກວັກຊິນໃຫ້ແກ່ເດັກທີ່ມີອາຍຸແຕ່ 5 ຫາ 12 ປີ. ຮັບປະກັນຄວາມຕ້ອງການ ແລະ ການສະໜອງທາງດ້ານແຮງງານ. ສຸມໃສ່ການສຳຫຼວດກວດກາ, ສ້າງລະບອບລະບຽບການໃຫ້ສົມສູນແບບ, ປະຕິຮູບລະບຽບການບໍລິຫານຮັບໃຊ້ປະຊາຊົນ, ວິສາຫະກິດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍປາດຖະໜາ ແລະ ເຊື່ອໝັ້ນວ່າ ໃນໄຕມາດທີ II ປີ 2022, ສະພາບການພັດທະນາເສດຖະກິດ - ສັງຄົມໃນທົ່ວປະເທດຈະມີທ່າອ່ຽງພັດທະນາຢ່າງແຮງກວ່າ, ມີປະສິດທິຜົນກວ່າ ແລະ ຍືນຍົງກວ່າ.

(ແຫຼ່ງຄັດຈາກ VOV)

top