ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ກາ​ນ​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Samdech Heng Samrin

ຕອນບ່າຍວັນທີ 13 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 13 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. 

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ Samdech Heng Samrin (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະແດງຄວາມຊົມເຊີຍຕໍ່ໝາກຜົນໃນການຈັດຕັ້ງສຳເລັດການເຈລະຈາ ລະຫວ່າງ ທ່ານປະທານສະພາແຫ່ງຊາດ Samdech Heng Samrin ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ບັນດາຜົນສຳເລັດໃນການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ໃນໄລຍະຜ່ານມາ, ທ່ານກໍ່ຕີລາຄາວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານ ປະທານສະພາແຫ່ງຊາດ ກຳປູເຈຍມີຄວາມໝາຍສຳຄັນທີ່ສຸດໃນປີ ມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ ຫວຽດນາມ 2022”, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ (24/6/1967 - 2022). ທ່ານນາຍົກລັດຖະມົນຕີ ກໍ່ຕີລາຄາສູງບັນດາການປະກອບສ່ວນຂອງກຳປູເຈຍ ໃນຖານະເປັນປະທານອາຊຽນ ແລະ AIPA 2022, ທ່ານກໍ່ເຊື້ອໝັ້ນວ່າ ກອງປະຊຸມຂັ້ນສູງ ອາຊຽນ 40 - 41 ແລະ ສະມັດຊາໃຫຍ່ AIPA - 43 ຢູ່ Phnom Penh ໃນເດືອນພະຈິກ ຈະປະສົບຜົນສຳເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)


top