ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​​ທ່ານ​ນາງເອກ​ອັກ​ຄະ​ລັດ​ຖະ​ທູດ ກາ​ນາ​ດາ Deborah Paul ​ເຂົ້າ​ຢ້ຽມ​ອຳ​ລາ

ທ່ານນາງ Deborah Paul ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາທີ່ມີຄວາມໝາຍສຳຄັນທີ່ສຸດຂອງ ຫວຽດນາມ ຢູ່ກອງປະຊຸມ COP 26, ທ່ານນາງກໍ່ຢັ້ງຢືນວ່າ ລັດຖະບານ ການາດາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດຄືການຮັບມືກັບໂລກລະບາດໂຄວິດ - 19, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ການສົ່ງອອກຜະລິດຕະພັນກະເສດ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງຕ້ອນຮັບທ່ານນາງ Deborah Paul,ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 10 ມີນາ, ທີ່ການຕ້ອນຮັບທ່ານນາງ Deborah Paul,ເອກອັກຄະລັດຖະທູດ ການາດາ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ພາຍຫຼັງສິ້ນສຸດອາຍຸການທາງການທູດຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າ ຂອງທ່ານນາງເອກອັກຄະລັດຖະທູດ  ໃນການນຳການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ການາດາ ໃຫ້ພັດທະນານັບມື້ນັບມີປະສິດທິຜົນ, ແທດຈິງໃນທຸກຂົງເຂດ. ໂດຍສະເພາະໃນປີ 2021, ວົງເງິນການຄ້າສອງຝ່າຍບັນລຸກ່ວາ 6 ຕື້ USD, ເພີ່ມຂຶ້ນ 19% ເມື່ອທຽບໃສ່ກັບປີ 2020. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດຈົ່ງສືບຕໍ່ຊຸກຍູ້ການຮ່ວມມື, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ການຮັບມືກັບໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ, ຍືນຍົງ, ການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ...

ສ່ວນທ່ານນາງ Deborah Paul ໄດ້ຕີລາຄາສູງບັນດາຄຳໝັ້ນສັນຍາທີ່ມີຄວາມໝາຍສຳຄັນທີ່ສຸດຂອງ ຫວຽດນາມ ຢູ່ກອງປະຊຸມ COP 26, ທ່ານນາງກໍ່ຢັ້ງຢືນວ່າ ລັດຖະບານ ການາດາ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນບັນດາຂົງເຂດຄືການຮັບມືກັບໂລກລະບາດໂຄວິດ - 19, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ການສົ່ງອອກຜະລິດຕະພັນກະເສດ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.

(ແຫຼ່ງຄັດຈາກ VOV)

top