ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ລະ​ດັບ​ສູງ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ປະ​ສານ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ສິງກ​ະ​ໂປ ​ຈາງ​ຈືຊຽນ

ທ່ານ ຈາງຈືຊຽນ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມໃນທຸກຂົງເຂດ, ນັບແຕ່ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນຕະຫຼອດຮອດເສດຖະກິດດີຈີຕອນ, ເສດຖະກິດສີຂຽວ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີລະດັບສູງ ທັງເປັນລັດຖະມົນຕີປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ ຈາງຈືຊຽນ  

ຕອນບ່າຍວັນທີ 9 ກຸມພາ, ທີ່ການຕ້ອນຮັບລັດຖະມົນຕີລະດັບສູງ ທັງເປັນລັດຖະມົນຕີປະສານງານຄວາມໝັ້ນຄົງແຫ່ງຊາດ ສິງກະໂປ ຈາງຈືຊຽນ, ໃນຂອບເຂດການຢ້ຽມຢາມ ສິງກະໂປຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງນ້ຳໃຈອັນດີງາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານລັດຖະມົນຕີລະດັບສູງ ຈາງຈືຊຽນ ໃນການຊຸກຍູ້ການພົວພັນ ຫວຽດນາມ - ສິງກະໂປ, ທ່ານສະເໜີໃຫ້ລັດຖະມົນຕີສືບຕໍ່ສະໜັບສະໜູນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ສິງກະໂປ ໃນທຸກຂົງເຂດ. 

ສ່ວນທ່ານ ຈາງຈືຊຽນ ຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງປະເທດຍັງໃຫຍ່ຫຼວງທີ່ສຸດ, ທ່ານກໍ່ຢັ້ງຢືນວ່າຈະສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມໃນທຸກຂົງເຂດ, ນັບແຕ່ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນຕະຫຼອດຮອດເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີຄວາມເຂົ້າໃຈ ແລະ ພົບປະແລກປ່ຽນປະຊາຊົນ.

ເມືອແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສອງຝ່າຍເປັນເອກະສັນກັນໃນສະພາບການຫຍຸ້ງຍາກປະຈຸບັນ, ສອງປະເທດຕ້ອງສົມທົບກັນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືຢູ່ພາກພື້ນ, ແກ້ໄຂຂໍ້ຂັດແຍ້ງ ໂດຍສັນຕິວິທີ ແລະ ບົນພື້ນຖານກົດໝາຍສາກົນ; ເພີ່ມທະວີຄວາມສາມັກຄີ, ເອກະພາບ, ປະກອບສ່ວນສ້າງຄວາມເຂັ້ມແຂງ ອາຊຽນ ດ້ວຍຕົນເອງ, ວັດທະນາຖາວອນ ແລະ ເສີມຂະຫຍາຍບົດບາດເປັນໃຈກາງ, ໂດຍສະເພາະແມ່ນບັນຫາໃນພາກພື້ນ. 

 


top