ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ແຂວງ ອຽນ​ບ໊າຍ ຕ້ອງ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ ແລະ ກາ​ລະ​ໂອ​ກາດ​ພົ່ນ​ເດັ່ນ ແລະ ທ່າ​ແຮງ​ແກ້ງ​ແຍ້ງ​ຢ່າງ​ແຮງ

ຕອນເຊົ້າວັນທີ 25 ກັນຍາ, ຢູ່ແຂວງ ອຽນບາຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂອງລັດຖະບານ ໄດ້ມີການເຮັດວຽກກັບການນຳແຂວງ ອຽນບາຍ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ  

ນະທີ່ນີ້, ທ່ານເລຂາຄະນະພັກແຂວງ ອຽນບາຍ ໂດະດຶກຢຸຍ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນໂລກລະບາດໂຄວິດ - 19 ກໍຕາມ, ແຕ່ຍອດຜະລິດຕະພັນພາຍໃນແຂວງ ຍາມໃດກໍຮັກສາທ່າເຕີບໂຕດີພໍສົມຄວນ ດ້ວຍໂຄງປະກອບເສດຖະກິດມີການຜັນປ່ຽນຢ່າງຕັ້ງໜ້າ, ຜ່ານນັ້ນ ຊ່ວຍຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນຂຶ້ນຢ່າງບໍ່ຢຸດຢັ້ງ. ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາເປັນປົກກະຕິ; ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ຮັບປະກັນ; ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຍູ້ແຮງ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ອຽນບາຍ ແມ່ນເຂດດິນແດນທີ່ເຕັມໄປດ້ວຍມູນເຊື້ອປະຫວັດສາດ, ວັດທະນະທຳ ແລະ ການປະຕິວັດ, ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ໂອກາດພົ້ນເດັ່ນຫຼາຍຢ່າງ. ແຂວງ ອຽນບາຍ ມີເງື່ອນໄຂຢ່າງຄົບຖ້ວນເພື່ອພັດທະນາຢ່າງວ່ອງໄວ ແລະ ຍືນຍົງ; ກາຍເປັນແຂວງຂ້ອນຂ້າງດີໃນປີ 2025 ແລະ ນອນໃນກຸ່ມບັນດາແຂວງພັດທະນາແຖວໜ້າເຂດພູດອຍພາກເໜືອໃນປີ 2030. ສະນັ້ນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຂວງ ອຽນບາຍ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທີ່ເປັນເອກະລັກສະເພາະ, ກາລະໂອກາດພົ້ນເດັ່ນ, ທ່າແຮງແກ້ງແຍ້ງຂອງແຂວງ ຢ່າງແຮງ. ສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ບືນຕົວຂຶ້ນດ້ວຍກໍາລັງພາຍໃນຂອງຕົນ. ປ່ຽນແປງໃໝ່ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອພັດທະນາຢ່າງກະໂດດຂັ້ນ ແລະ ປະຕິບັດສໍາເລັດບັນດາເປົ້າໝາຍ, ໜ້າທີ່ປີ 2022 ແລະ ໄລຍະ 2021  - 2025 ທີ່ໄດ້ວາງອອກ ໃຫ້ເປັນຢ່າງດີ.


top