ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກ໋ວາງ​ນາມ

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຢາກບັນລຸໄດ້ຄາດໝາຍນັ້ນ ທາງແຂວງກ໋ວາງນາມຕ້ອງສ້າງແຜນການເຕີບໂຕ, ເຮັດໃໝ່ບັນດາກຳລັງເຕີບໂຕທີ່ມີຢູ່ແລ້ວ ແລະ ຂຸດຄົ້ນບັນດາກຳລັງໜູນຊ່ວຍເຕີບໂຕໃໝ່ຢ່າງມີປະສິດທິຜົນ. ສຸມໃສ່ພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳການບັນເທິງ.
ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 8 ກຸມພາ, ຢູ່ແຂວງ ກ໋ວາງນາມ, ທີ່ການເຮັດວຽກກັບການນຳແຂວງ ກ໋ວາງນາມ ກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງທາງແຂວງກ໋ວາງນາມ ສູ້ຊົນນຳການເຕີບໂຕເສດຖະກິດທັງປີບັນລຸຢ່າງໜ້ອຍສຸດ 10%.

ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຢາກບັນລຸໄດ້ຄາດໝາຍນັ້ນ ທາງແຂວງກ໋ວາງນາມຕ້ອງສ້າງແຜນການເຕີບໂຕ, ເຮັດໃໝ່ບັນດາກຳລັງເຕີບໂຕທີ່ມີຢູ່ແລ້ວ ແລະ ຂຸດຄົ້ນບັນດາກຳລັງໜູນຊ່ວຍເຕີບໂຕໃໝ່ຢ່າງມີປະສິດທິຜົນ. ສຸມໃສ່ພັດທະນາອຸດສາຫະກຳວັດທະນະທຳ, ອຸດສາຫະກຳການບັນເທິງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທາງແຂວງສືບຕໍ່ກຳນົດການທ່ອງທ່ຽວ, ການບໍລິການແມ່ນຂະແໜງເສດຖະກິດປາຍແຫຼມ, ສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ປະຊາຊົນ, ວິສາຫະກິດພວມມີການເຄື່ອນໄຫວດຳເນີນທຸລະກິດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງຂ້ຽວຂາດ, ຊຸກຍູ້ການ Startup, ນະວັດຕະກຳ.

ການພັດທະນາເສດຖະກິດສັງຄົມຕ້ອງໄປຄຽງຄູ່ກັບການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອ ແລະ ປົກປັກຮັກສາສິ່ງແວດລ້ອມ. ທາງແຂວງກໍ່ຕ້ອງຜັນຂະຫຍາຍຂະບວນການແຂ່ງຂັນຮ່ວມແຮງຮ່ວມໃຈໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຊຸດໂຊມ…


top