ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ ກັບ​ການ​ນຳ​ແຂວງ​ ດຽນ​ບຽນ

ໂດຍຕາງໜ້າລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຄວາມມານະພະຍາຍາມ ແລະ ໝາກຜົນໂດຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດຽນບຽນບັນລຸໄດ້, ປະກອບສ່ວນເຂົ້າໃນຜົນງານລວມຂອງທົ່ວປະເທດ.
   ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)  

ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ດຽນບຽນ, ຕອນເຊົ້າວັນທີ 9 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງດຽນບຽນ ກ່ຽວກັບສະພາບການພັດທະນາເສດຖະກິດ ສັງຄົມ ປີ 2022, 3 ເດືອນຕົ້ນປີ 2023, ທິດທາງໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2023 ແລະ ໃນໄລຍະຈະມາເຖິງ.

ທີ່ການເຮັດວຽກ, ໂດຍຕາງໜ້າລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍ້ອງຍໍຄວາມມານະພະຍາຍາມ ແລະ ໝາກຜົນໂດຍອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ດຽນບຽນບັນລຸໄດ້, ປະກອບສ່ວນເຂົ້າໃນຜົນງານລວມຂອງທົ່ວປະເທດ. ກ່ຽວກັບການກຳນົດທິດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ ແຂວງດຽນບຽນ ສຸມໃສ່ພັດທະນາເສດຖະກິດ - ສັງຄົມໂດຍໄວ ແລະ ຍືນຍົງ ບົນພື້ນຖານເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ, ຈິດໃຈສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງແຮງ, ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມກົມກຽວ, ສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມຊີວະພາບ ຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.


top