ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອ​ງະ​ຊຸມ​ສະ​ຫຼຸບ 20 ປີ​ແຫ່ງການ​ພັດ​ທະ​ນາ​ເຂດ​ໄຕ​ງວຽນ

ຕອນເຊົ້າວັນທີ 1 ກໍລະກົດ, ຢູ່ແຂວງດັກລັກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບ ການປະຕິບັດມະຕິສະບັບເລກທີ 10 ລົງວັນທີ 18 ມັງກອນ 2002 ແລະ ບົດສະຫຼຸບສະບັບເລກທີ 12 ລົງວັນທີ 24 ຕຸລາ ປີ 2011 ຂອງກົມການເມືອງ ກ່ຽວກັບການພັດທະນາດ້ານເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດໄຕງວຽນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ແລກປ່ຽນ, ຕີລາຄາສະພາບຕົວຈິງ ໃນການຈັດຕັ້ງຜັນຂະຫຍາຍ ແລະ ໝາກຜົນທີ່ບັນລຸໄດ້, ສິ່ງຄົງຄ້າງ, ຂໍ້ຈຳກັດ ແລະ ສາຍເຫດ ພາຍຫຼັງການປະຕິບັດມາເປັນເວລາ 20 ປີ ແລະ ບົດສະຫຼຸບຂອງກົມການເມືອງ, ການຄາດຄະເນສະພາບການສາກົນ ແລະ ພາຍໃນປະເທດ ໃນໄລຍະຈະມາເຖິງ ຈະມີຜົນກະທົບຕໍ່ການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງເຂດໄຕງວຽນ, ກຳນົດທີ່ຕັ້ງ, ບົດບາດ, ກາລະໂອກາດ, ຄວາມສຳຄັນ ແລະ ຜົນສະທ້ອນຂອງເຂດໄຕງວຽນຕໍ່ການພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງເຂດຕໍ່ເຂດທາງທິດຕາເວັນອອກພາກໃຕ້, ເຂດແຄມທະເລທາງທິດໃຕ້ພາກກາງ, ສາມຫຼ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ແລະ ໃນທົ່ວປະເທດ;  ຈຸດດີ, ຈຸດອ່ອນ, ກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ - ສັງຄົມ ຂອງເຂດໄຕງວຽນ; ສະເໜີທັດສະນະ, ເປົ້າໝາຍ, ໜ້າທີ່ ແລະ ວິທີການແກ້ໄຂຫຼັກແຫຼ່ງ ເພື່ອແນໃສ່ພັດທະນາເຂດໄຕງວຽນ ຮອດປີ 2030, ວິໄສທັດຮອດປີ 2045, ສະເໜີປະກາດໃຊ້ມະຕິສະບັບໃໝ່ຂອງກົມການເມືອງ ກ່ຽວກັບການສ້າງສາ ແລະ ພັດທະນາເຂດໄຕງວຽນຮອດປີ 2030, ວິໄສທັດຮອດປີ 2045.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ເຂດ ໄຕງວຽນ ພັດທະນາເສດຖະກິດສີຂຽວ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຊົນເຜົ່າ; ຫັນປ່ຽນຈິນຕະນາການຈາກການຜະລິດຫະສິກຳ ໄປເປັນເສດຖະກິດກະສິກຳ; ແມ່ນຈຸດນັດພົບທີ່ມີເອກະລັກສະເພາະໃນການດຶງດູດແຂກທ່ອງທ່ຽວ; ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ; ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ…

(ແຫຼ່ງຄັດຈາກ VOV)

top