ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ ນັດ​ສາ​ມັນ​ ເດືອນ ຕຸ​ລາ

ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ ຄາດຄະເນວ່າ ໃນໄລຍະຈະມາເຖິງຫວຽດນາມ ປະສົບປະກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ ຫຼາຍກ່ວາ ກາລະໂອກາດ, ຄວາມສະດວກ, ຈະມີຫຼາຍສິ່ງກີດຂວາງໃນວິວັດການຟື້ນຟູໄວ ແລະ ພັດທະນາແບບຍືນຍົງ
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານ ນັດສາມັນ ເດືອນ ຕຸລາ (ພາບ: VGP)  

ວັນທີ 29 ຕຸລາ ຢູ່ສຳນັກງານລັດຖະບານ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ລັດຖະບານໄດ້ຈັດກອງປະຊຸມນັດສາມັນເດືອນ ຕຸລາ ປີ 2022 ເພື່ອຕີລາຄາສະພາບການເສດຖະກິດສັງຄົມ ເດືອນຕຸລາ ແລະ 10 ເດືອນຕົ້ນປີ 2022 ເພື່ອແນໃສ່ຖອດຖອນບົດຮຽນປະສົບການໃນການຊີ້ນຳບໍລິຫານນັບແຕ່ນີ້ຮອດທ້າຍປີ, ຮັບປະກັນບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກ, ສິ້ນສຸດປີ 2022 ຢ່າງມີໄຊ.

ຕາມບົດລາຍງານຂອງປະຊວງແຜນການແລະການລົງທຶນຫວຽດນາມ ແລ້ວ, ໃນເດືອນຕຸລາ ແລະ 10 ເດືອນປີ 2022 ສະພາບການດ້ານເສດຖະກິດສັງຄົມມີຄວາມຈະເລີນເຕີບໂຕດີເກືອບທຸກຂົງເຂດດ້ວຍສິ່ງພົ້ນເດັ່ນຫຼາຍຢ່າງ: ເສດຖະກິດມະຫາພາກເປັນປົກກະຕິ, ສາມາດຄວບຄຸມໄພເງິນເຟີ້; ບັນດາຄວາມດຸ່ນດ່ຽງໃຫຍ່, ຄວາມໝັ້ນຄົງດ້ານສະບຽງອາຫານໄດ້ຮັບປະກັນ; ວົງເງິນນຳເຂົ້າສົ່ງອອກບັນລຸສູງກ່ວາ 616 ຕື້ USD (ເພີ່ມຂຶ້ນຫຼາຍກ່ວາ 14%); ຕະຫຼາດເງິນຕາມີຄວາມເປັນເຈົ້າການໃນການຮັບມືກັບການເໜັງຕິງຢ່າງວ່ອງໄວ ແລະ ແຮງກ່ວາຂອງຕະຫຼາດສາກົນ; ການຜະລິດອຸດສາຫະກຳ ສືບຕໍ່ມີທ່າຟື້ນຟູ.

ກ່າວຄຳເຫັນຊີ້ນຳກອງປະຊຸມ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃສ່ໃຈວ່າ ເພື່ອຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຊຸກຍູ້ການເຕີບໂຕ, ຮັບປະກັນການດຸ່ນດ່ຽງໃຫຍ່, ຕ້ອງບໍລິຫານນະໂຍບາຍເງິນຕາ, ການເງິນຢ່າງລະມັດລະວັງ, ພ້ອມດຽວກັນນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຊຸກຍູ້ການປ່ອຍເງິນລົງທຶນພາກລັດ, ຍູ້ແຮງຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ, ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ຮັບປະກັນແຫຼ່ງສິນຄ້າໃຫ້ແກ່ການສົ່ງອອກ ແລະ ສາມາດຕອບສະໜອງຄວາມຕ້ອງການເພີ່ມຂຶ້ນຢູ່ພາຍໃນປະເທດ ໃນໂອກາດທ້າຍປີ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ສະເໜີໃຫ້ຍູ້ແຮງການປະຕິບັດຫັນເປັນດີຈີຕອນຢ່າງຮອບດ້ານ, ແທດຈິງ, ເລິກເຊິ່ງກວ້າງຂວາງໃນການຮັບ, ແກ້ໄຂລະບຽບການບໍລິຫານ; ໄປຄຽງຄູ່ກັນນັ້ນ, ທ່ານກໍ່ຮຽກຮ້ອງໃຫ້ສືບຕໍ່ຮັບປະກັນຊີວິດສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ເປັນເຈົ້າການໃນການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ.


top