ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ

ກອງປະຊຸມສຸດຍອດ G7 ຄັ້ງທີ 49 ໄດ້ດຳເນີນໃນລະຫວ່າງວັນທີ 19 – 22 ພຶດສະພາຢູ່ນະຄອນ Hiroshima, ຍີ່ປຸ່ນ ໃນນັ້ນກອງປະຊຸມສຸດຍອດ G7 ເປີດກວ້າງຈັດຂຶ້ນແຕ່ວັນທີ 20 – 21 ພຶດສະພາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ

ຕອນເຊົ້າວັນທີ 19 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເດີນທາງອອກຈາກນະຄອນຫຼວງຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມບັນດາປະເທດອຸດສາຫະກຳ ພັດທະນາ (G7) ເປີດກວ້າງ ແລະ ເຮັດວຽກຢູ່ຍີ່ປຸ່ນ ໃນລະຫວ່າງວັນທີ 19 - 21 ພຶດສະພາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

ກອງປະຊຸມສຸດຍອດ G7 ຄັ້ງທີ 49 ໄດ້ດຳເນີນໃນລະຫວ່າງວັນທີ 19 – 22 ພຶດສະພາຢູ່ນະຄອນ Hiroshima, ຍີ່ປຸ່ນ ໃນນັ້ນກອງປະຊຸມສຸດຍອດ G7 ເປີດກວ້າງຈັດຂຶ້ນແຕ່ວັນທີ 20 – 21 ພຶດສະພາ. ດ້ວຍບົດບາດເປັນປະທານ G7 ປີ 2023, ຍີ່ປຸ່ນໄດ້ເຊື້ອເຊີນ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຄັ້ງນີ້, ນີ້ກໍ່ແມ່ນຄັ້ງທີ 3 ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງ, ເຊິ່ງສະແດງໃຫ້ເຫັນຄວາມເຄົາລົບຂອງຍີ່ປຸ່ນເວົ້າສະເພາະ ແລະ ກຸ່ມ G7 ເວົ້າລວມ ຕໍ່ຖານະບົດບາດຂອງ ຫວຽດນາມໃນພາກພື້ນ. ພິເສດ, ໃນສະພາບການປີ 2023 ເຊິ່ງແມ່ນປີ ຫວຽດນາມ ແລະ ຍີ່ປຸ່ນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການໄປປະຕິບັດງານຢູ່ຍີ່ປຸ່ນຂອງທ່ານນາຍົກລັດຖະມົນຕີ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບພັດທະນາກ່ວາອີກ.

 


top