ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສຳຫຼວດ​​ເສັ້ນ​ທາງ​ຄວາມ​ໄວ​ສູງ ຕອນ​ຜ່ານ​ແຂວງ​ນິງ​ບິງ - ນາມ​ດິງ - ທາ​ຍ​ບິ່ງ - ຫາຍ​ຝ່ອງ

ຕອນເຊົ້າວັນທີ 15 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ຂອງລັດຖະບານ ໄດ້ລົງສຳຫຼວດເສັ້ນທາງຄວາມໄວສູງຕອນຜ່ານແຂວງນິງບິງ - ນາມດິງ - ທາຍບິ່ງ - ຫາຍຝ່ອງ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສຳຫຼວດເສັ້ນທາງຄວາມໄວສູງ ຕອນຜ່ານແຂວງນິງບິງ - ນາມດິງ - ທາຍບິ່ງ - ຫາຍຝ່ອງ  

ພາຍຫຼັງການສຳຫຼວດ ແລະ ຮັບຟັງການລາຍງານສະພາບການໃນຕົວຈິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ເສັ້ນທາງຄວາມໄວສູງຕອນຜ່ານ ນິງບິງ - ນາມດິງ - ທາຍບິ່ງ - ຫາຍຝ່ອງ ແມ່ນເສັ້ນທາງສຳຄັນ, ມີຄວາມໝາຍຍຸດທະສາດສຳຄັນ ຕໍ່ເຂດທົ່ງພຽງແຕ່ນ້ຳແດງທາງພາກຕາເວັນອອກສ່ຽງໃຕ້.

ເສັ້ນທາງນີ້ໄດ້ປະກອບສ່ວນຍູ້ແຮງການເຊື່ອມຕໍ່ເຂດ, ແມ່ນເສັ້ນທາງສັ້ນທີ່ສຸດເຊື່ອມຕໍ່ທ່າກຳປັ່ນຫາຍຝ່ອງ ກັບຊາຍແດນຂອງຈີນ. ເມື່ອໄດ້ກໍ່ສ້າງສຳເລັດ ຈະສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາທ້ອງຖິ່ນ, ເປັນຕົ້ນແມ່ນດຶງດູດນັກລົງທຶນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ ຈົ່ງສຸມແຫຼ່ງກຳລັງດ້ວຍບັນດາຮູບແບບທີ່ແຕກຕ່າງກັນ ເພື່ອກໍ່ສ້າງສຳເລັດເສັ້ນທາງນີ້ໃຫ້ໄດ້.


top